ອິນໂດເນເຊຍເປີດກ້ວາງຂອບຂະໜາດພື້ນຖານເສດຖະກິດຂຶ້ນ1.000ຕື້USDໃນປີ2014

ອິນໂດເນເຊຍເປີດກ້ວາງຂອບຂະໜາດພື້ນຖານເສດຖະກິດຂຶ້ນ1.000ຕື້USDໃນປີ2014 - ảnh 1
GDP ຂອງ ອິນໂດເນເຊຍ
(ພາບປະກອບ)


(vovworld) – ວັນ​ທີ 29/12, ລັດຖະມົນຕີ​ປະສານ​ງານ​ເສດຖະກິດ ອິນ​ໂດ​ເນ​ເຊຍ ທ່ານ Hatta Rajasa ​ໃຫ້ຮູ້​ວ່າ: ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຂອງ​ປະ​ເທດ​ນີ້​ອາດ​ຈະ​ເພີ່ມ​ຂຶ້ນ​ລະດັບ 1.000 – 1.200 ຕື້ USD ​ໃນ​ປີ 2014, ຈາກ​ລະດັບ 700 ຕື້ USD ​ໃນ​ປະຈຸ​ບັນ. ພ້ອມ​ກັນ​ນັ້ນ, ຍອດ​ຜະ​ລິດ​ຕະພັນ​ຂອງ​ປະຊາຊົນ (GNP) ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂອງ ອິນ​ໂດ​ເນ​ເຊຍ ຈະ​ເພີ່ມ​ຂຶ້ນ​ຈາກ​ລະດັບ 3.000 USD ຂຶ້ນ​ເຖິງ 5.000 – 5.500 USD ​ໃນ​ປີ​ຈະ​ມາ​ເຖິງ. ທ່ານປະທານ​ຫ້ອງການ​ການ​ຄ້າ ​ແລ​ະ ອຸດສາຫະກຳຄົນ​ໃໝ່ ອິນ​ໂດ​ເນ​ເຊຍ Kadin Suryo Bambang Suloisto ຮັບ​ຮູ້​ວ່າບັນດາ​ຈຸດໝາຍ​ດັ່ງກ່າວ​​ແມ່ນສາມາດ​ເປັນ​ໄປ​ໄດ້​ຖ້າ​ຫາກ​ລັດຖະບານ ອິນ​ໂດ​ເນ​ເຊຍ ​ສ້າງ​ສະພາບ​ແວດລ້ອມ​​ແຫ່ງ​ການລົງທຶນ​ຢ່າງສະດວກ. ມີ​ນັກ​ເສດຖະກິດ​ສາກົນ​ຫຼາຍ​ທ່ານ​ຖື​ວ່າ ອິນ​ໂດ​ເນ​ເຊຍ​ ອາດ​ຈະ​ເຂົ້າ​ຮ່ວມ​ກຸ່ມ​ບັນດາ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (BRICS) ​ເຊິ່ງລວມມີ: ບຣາຊິນ, ລັດ​ເຊຍ, ຈີນ, ອິນ​ເດຍ ​ແລະ ອາບຟຣີກາ​ໃຕ້, ​ເຊິ່ງ​ແມ່ນບັນດາ​ປະ​ເທດ​ທີ່​ຄາດ​ຄະ​ເນ​ວ່າ​ຈະ​ກາຍ​ເປັນ​ບັນດາ​ພື້ນຖານ​ເສດຖະກິດ​ໃຫຍ່​ສຸດ​ຂອງໂລກ​ໃນ​ປີ 2050.

ຂ່າວ/ບົດ​ອື່ນ