ອິນໂດເນເຊຍເພີ່ມທະວີຄວາມໝັ້ນຄົງທາງທະເລຕໍ່ຍຸດທະສາດ “ເຂດຂັດແຍ້ງ” ຂອງຈີນ
ເຮືອງຈ່າ, ນັກຂ່າວ VOV ປະຈຳອິນໂດເນເຊຍ -  
(VOVWORLD) -ອິນໂດເນເຊຍ ໄດ້ຮຽກຕົວທ່ານອັກຄະລັດຖະທູດຈີນ ມາເພື່ອຮຽກຮ້ອງໃຫ້ເຮັດແຈ້ງຈຸດປະສົງການປະກົດຕົວຂອງກ່ຳປັ່ນຕຳຫຼວດທະເລຈີນ ຢູ່ໃນເຂດ EEZ ຂອງອິນໂດເນເຊຍ.
ອິນໂດເນເຊຍ ເນລະເທດກ່ຳປັ່ນຕຳຫຼວດທະເລຈີນ ລະເມີດເຂດເສດຖະກິດພິເສດ (EEZ) ຂອງປະເທດນີ້
(ພາບ: Jernih.com)
|
ວັນທີ 15 ກັນຍາ, ທ່ານ Ian Kurnia, ຫົວໜ້າອົງການປ້ອງກັນຄວາມສະຫງົບໃນການເດີນເຮືອ ອິນໂດເນເຊຍ, ໃຫ້ຮູ້ວ່າ ຈະສືບຕໍ່ເພີ່ມທະວີກຳລັງແຮງສັງລວມຂອງອົງການປ້ອງກັນຄວາມສະຫງົບການເດີນເຮືອ ອິນໂດເນເຊຍ ແລະ ກອງທັບເຮືອອິນໂດເນເຊຍ ເພື່ອຮັບມືກັບຍຸດທະສາດ “ເຂດຂັດແຍ້ງ” ຂອງຈີນ ແມ່ນ “ບຸລິມະສິດແກ່ບັນດາກ່ຳປັ່ນບໍ່ສູ້ຮົບໃນບັນດາການປະທະກັນຢູ່ທະເລ”.
ຖະແຫຼງການດັ່ງກ່າວຂອງທ່ານ Ian Kurnia ຖືກຍົກອອກມາພາຍຫຼັງທີ່ອິນໂດເນເຊຍ ເນລະເທດກ່ຳປັ່ນຕຳຫຼວດທະເລຈີນ ໝາຍເລກ 5204 ລະເມີດເຂດເສດຖະກິດພິເສດ (EEZ) ຂອງປະເທດນີ້. ທ່ານ Ian Kurnia ໃຫ້ຮູ້ຕື່ມອີກວ່າ, ຕາມກົດໝາຍສາກົນແລ້ວ, ເລື່ອງໄປຜ່ານ EEZ ຂອງບັນດາປະເທດແມ່ນໄດ້ຮັບອະນຸຍາດ, ແຕ່ກ່ຳປັ່ນລຳນີ້ິ້ໄດ້ຢູ່ໃນເຂດນີ້ດົນເກີນໄປ.
ອິນໂດເນເຊຍ ກໍ່ໄດ້ຮຽກຕົວທ່ານອັກຄະລັດຖະທູດຈີນ ມາເພື່ອຮຽກຮ້ອງໃຫ້ເຮັດແຈ້ງຈຸດປະສົງການປະກົດຕົວຂອງກ່ຳປັ່ນຕຳຫຼວດທະເລຈີນ ຢູ່ໃນເຂດ EEZ ຂອງອິນໂດເນເຊຍ. ທີ່ການເຮັດວຽກ, ອິນໂດເນເຊຍ ຢືນຢັນວ່າ, ບໍ່ມີຖະແຫຼງການປະກາດອະທິປະໄຕຢູ່ທະເລຕາເວັນອອກແລະ ບໍ່ມີເຂດທະເລທັບຊ້ອນກັບຈີນ, ພ້ອມທັງເນັ້ນໜັກວ່າ “ອິນໂດເນເຊຍ ປະຕິເສດການຮຽກທວງສິດ “ເສັ້ນ 9 ຕອນ” ຍ້ອນມັນໄປຝືນກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982”.
ເຮືອງຈ່າ, ນັກຂ່າວ VOV ປະຈຳອິນໂດເນເຊຍ