ອຸບັດຕິເຫດເຮືອບິນ ຢູ່ລັດເຊຍເຮັດໃຫ້ 50 ຄົນເສຍຊີວິດ
ເພື່ອນມິດ ແລະ ພີ່ນ້ອງຜູ້ປະສົບເຄາະຮ້າຍ
(ພາບ: AP )
(vovworld)- ຕອນຄ່ຳວັນທີ 1711, ເຮືອບິນຂົນສົ່ງຜູ້ໂດນສານ Boeing 737 ຂອງບໍລິສັດການບິນ Tatarstan ຈາກສະໜາມບິນ Domodedovo ນະຄອນລວງມົດສະກູ ໄປ Kazan ຖືກອຸບັດຕິເຫດເມື່ອຈອດລົງສະໜາມບິນສາກົນ Kazan ຊື່ງເຮັດໃຫ້ 50 ຄົນເສຍຊີວິດ (ໃນນັ້ນມີຜູ້ໂດຍສານ 44 ຄົນ ແລະ ຈຸບິນ 6 ຄົນ). ໃນຈຳນວນຜູ້ຖືກເສຍຊີວິດມີທ່ານ Irek Minikhanov ລູກຊາຍກົກຂອງປະທານາທິບໍດີ Tatarstan ແລະ ທ່ານ Alexxander Antonnov ຫົວໜ້າອົງການປ້ອງກັນຄວາມສະຫງົບແຫ່ງຊາດ ສ. Tatarstan. ບັນດາດານັກສືບສວນລັດເຊຍ ໄດ້ເລີ່ມກວດກາສະຖານທີ່ເກີດເຫດຢູ່ສະໜາມບິນສາກົນ Kazan ແລະ ພວມພິຈາລະນາ 2 ສາຍເຫດທີ່ກໍ່ໃຫ້ເກີດອຸບັດຕິເຫດດັ່ງກ່າວຄື: ດ້ານເຕັກນິກ ແລະ ຄວາມສາມາດຂອງນັກບິນ./.