ອີຢູ - ຈີນ ເຈລະຈາຍຸດທະສາດຂັ້ນສູງ

(VOVWORLD) - ຈີນ ແລະ ສະຫະພາບ ເອີຣົບ (ອີຢູ) ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດໃຫ້ການພົວພັນຮ່ວມມືຍຸດທະສາດ ແລະ ປົກປ້ອງລັດທິຫລາຍຝ່າຍເລິກເຊິ່ງກ່ວາ.
ອີຢູ - ຈີນ ເຈລະຈາຍຸດທະສາດຂັ້ນສູງ - ảnh 1  ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: THX/TTXVN )

ຄຳໝັ້ນສັນຍາດັ່ງກ່າວ ໄດ້ຍົກອອກມາໃນວັນທີ 01 ມິຖຸນາ ຢູ່ຮອບທີ 8 ການເຈລະຈາຍຸດທະສາດຂັ້ນສູງ ຈີນ - ອີຢູ ເຊິ່ງດຳເນີນຢູ່ ບຣຸກແຊນ ປະເທດ ແບນຊິກ, ໂດຍກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ຫວາງອີ  ແລະ   ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ຮັບຜິດຊອບການພົວພັນຕ່າງປະເທດ ທ່ານນາງ Federica Mogherini ເປັນປະທານຮ່ວມ. ການເຈລະຈາຍຸດທະສາດ ຈີນ - ອີຢູ ດຳເນີນໄປໃນຂະນະທີ່ 2 ຝ່າຍພວມກະກຽມໃຫ້ກອງປະຊຸມສຸດຍອດຄັ້ງທີ 10 ໃນເດືອນ ກໍລະກົດ ຈະມາເຖິງ.

        ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຖືວ່າ: ໂດຍແມ່ນບັນດາຄູ່ຮ່ວມມືໝັ້ນຄົງເຂັ້ມແຂງ ແລະ ມີສະຖຽນລະພາບ, ຈີນ ແລະ ອີຢູ ຄວນເພີ່ມທະວີການຕິດຕໍ່ພົວພັນຍຸດທະສາດ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ເຮັດໃຫ້ການຮ່ວມມືຍຸດທະສາດເລິກເຊິ່ງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ