ອີຢູ ປະກາດແຜນການຮີບດ່ວນເມື່ອບໍ່ບັນລຸໄດ້ຂໍ້ຕົກລົງກັບອັງກິດ ກ່ຽວກັບການພົວພັນດ້ານການຄ້າພາຍຫຼັງ Brexit

(VOVWORLD) -ໜ້າທີ່ຄວາມຮັບຜິດຊອບຂອງອີຢູ ແມ່ນກະກຽມໃຫ້ທຸກຄວາມສາມາດທີ່ອາດຈະເກີດຂຶ້ນ, ນັບທັງກໍລະນີບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າໃນວັນທີ 01 ມັງກອນ 2021.

ອີຢູ ປະກາດແຜນການຮີບດ່ວນເມື່ອບໍ່ບັນລຸໄດ້ຂໍ້ຕົກລົງກັບອັງກິດ ກ່ຽວກັບການພົວພັນດ້ານການຄ້າພາຍຫຼັງ Brexit - ảnh 1ການນຳບັນດາປະເທດພົບປະກັນຢູ່ບຣຸກແຊນ

(ພາບ: THX/TTXVN)

ວັນທີ 10 ທັນວາ, ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen ຖະແຫຼງວ່າ, ໄດ້ວາງອອກບັນດາມາດຕະການຮັບມືໃນກໍລະນີສະຫະພາບເອີລົບ (ອີຢູ) ແລະ ອັງກິດ ບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າໃນວັນທີ 31 ທັນວາ ທີ່ຈະມາເຖິງ.

        ໃນສື່ສັງຄົມ Twitter, ທ່ານນາງ Ursula von der Leyen ເນັ້ນໜັກວ່າ, ໜ້າທີ່ຄວາມຮັບຜິດຊອບຂອງອີຢູ ແມ່ນກະກຽມໃຫ້ທຸກຄວາມສາມາດທີ່ອາດຈະເກີດຂຶ້ນ, ນັບທັງກໍລະນີບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າໃນວັນທີ 01 ມັງກອນ 2021. ບັນດາມາຕາດຕະການນີ້ຈະຮັບປະກັນການເຄື່ອນໄຫວໄປມາທາງການບິນ ແລະ ທາງບົກລະຫວ່າງອັງກິດ ແລະ ອີຢູ ໃຫ້ເປັນປົກກະຕິໃນເວລາ 6 ເດືອນຈະມາເຖິງ, ຖ້າຫາກອັງກິດ ເຫັນດີ. ແຜນການດັ່ງກ່າວກໍ່ຊ່ວຍຮັກສາສິດຫາປາຈົນໝົດປີ 2021, ເມື່ອອັງກິດ ແລະ ອີຢູ ອະນຸຍາດໃຫ້ບັນດາກ່ຳປັ່ນເດີນເຂົ້າເຂດນ່ານທະເລຂອງກັນ.

        ຄາດວ່າ, ບັນດາມາດຕະການດັ່ງກ່າວຈະເລີ່ມມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2021.

ຕອບກັບ

ຂ່າວ/ບົດ​ອື່ນ