ອີຢູ ປາດຖະໜາຢາກ ຍູ້ແຮງການຮ່ວມມືກັບ ຫວຽດນາມ

ອີຢູ ປາດຖະໜາຢາກ ຍູ້ແຮງການຮ່ວມມືກັບ ຫວຽດນາມ - ảnh 1
ທ່ານ David O’Sullivan, ຜູ້ອຳນວຍການ​ໃຫຍ່​ບໍລິຫານ​ອົງການ​ພົວພັນ​ຕ່າງປະ​ເທດ ສະຫະພາບ ​ເອີ​ລົບ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ວັນ​ທີ 1/3, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ຜູ້ອຳນວຍການ​ໃຫຍ່​ບໍລິຫານ​ອົງການ​ພົວພັນ​ຕ່າງປະ​ເທດ ສະຫະພາບ ​ເອີ​ລົບ (ຫຼື EEAS), ທ່ານ David O’Sullivan, ທ່ານ​ພົນ​ໂທ ຫງວຽນ​ຈີ​ວິ້ງ, ຮອງ​ລັດຖະມົນຕີ​​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຫວຽດນາມ​ມີ​ການ​ພົວພັນ​ມິດຕະພາບ, ຮ່ວມ​ມື​​ໃນ​ການ​ປ້ອງ​ກັນ​ປະ​ເທດ​ກັບ​ຫຼາຍ​ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ ​ເອີ​ລົບ (ຫຼື EU), ທ່ານ​ພົນ​ໂທ ຫງວຽນ​ຈີ​ວິ້ງ ຫວັງ​ວ່າ EU ໜູນ​ຊ່ວຍ​ພາຫະນະ​ເຄື່ອງ​ຈັກອຸປະກອນ, ການ​ເງິນ ຊ່ວຍ​ຫວຽດນາມ ​ເກັບ​ກູ້ລູກ​ລະ​ເບີດບໍ່​ທັນ​ແຕກ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຂອງ​ທາດ​ພິດ​ສີ​ສົ້ມ/ດີ​ໂດ​ຊິນ, ສະໜັບສະໜູນ​ຫວຽດນາມ ​ໃນ​ວິວັດ​ການ​ກະກຽມ ​ແລະ ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ປົກປັກ​ຮັກສາສັນຕິພາບ​ຂອງ​ສະຫະປະຊາ​ຊາດ​.​.​. ສ່ວນ​ທ່ານ ຜູ້ອຳນວຍການ​ໃຫຍ່​ບໍລິຫານ​ອົງການ​ພົວພັນ​ຕ່າງປະ​ເທດ EU David O’Sullivan, ຢືນຢັນວ່າ ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ ​ແລະ ​ແມ່ນ​ຂົວ​ເຊື່ອມ​ຕໍ່​ຂອງ EU ​ໃນ​ການ​ຮ່ວມ​ມື​ກັບ​ກຸ່ມ ອາ​ຊຽນ.

ຂ່າວ/ບົດ​ອື່ນ