ອີຢູ ຮັບຮອງເອົາບັນດາມາດຕະການລົງໂທດ ລັດເຊຍ

(VOVWORLD) -ບັນດາມາດຕະການລົງໂທດຈະເລັ່ງໃສ່ທະນາຄານແຫ່ງຕ່າງໆທີ່ພວມສະໜອງແຫຼ່ງການເງິນໃຫ້ວົງການນັກວາງແຜນນະໂຍບາຍຂອງລັດເຊຍ ແລະ ບັນດາການເຄື່ອນໄຫວອື່ນຢູ່ Donbass.
ອີຢູ ຮັບຮອງເອົາບັນດາມາດຕະການລົງໂທດ ລັດເຊຍ - ảnh 1ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງສະຫະພາບເອີລົບ
(ພາບ: EPA)

ວັນທີ 22 ກຸມພາ, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງສະຫະພາບເອີລົບ (ອີຢູ) ທ່ານ Josep Borrell ໄດ້ແຈ້ງໃຫ້ຊາບວ່າ 27 ປະເທດສະມາຊິກ ອີຢູ ໄດ້ເຫັນດີຮັບຮອງເອົາບັນດາມາດຕະການລົງໂທດໃໝ່ແນໃສ່ ລັດເຊຍ ພາຍຫຼັງ ມົດສະກູ ໄດ້ຮັບຮອງເອົາພື້ນຖານເອກະລາດຂອງ 2 ປະເທດໂດຍຂະໜານນານເອງ ສ. Donetsk (DPR) ແລະ Luhansk (LPR) ຢູ່ Donbass, ທາງທິດຕາເວັນອອກ ຢູແກຼນ ຢ່າງເປັນທາງການ. ທ່ານ Josep Borrell ກໍ່ໃຫ້ຮູ້ວ່າ ອີຢູ ຈະຈັດວາງມາດຕະການລົງໂທດຕື່ມອີກ ຖ້າຫາກການປະທະກັນສືບຕໍ່ປີນຂັ້ນໄດ.

ບັນດາມາດຕະການລົງໂທດຈະເລັ່ງໃສ່ທະນາຄານແຫ່ງຕ່າງໆທີ່ພວມສະໜອງແຫຼ່ງການເງິນໃຫ້ວົງການນັກວາງແຜນນະໂຍບາຍຂອງລັດເຊຍ ແລະ ບັນດາການເຄື່ອນໄຫວອື່ນຢູ່ Donbass. ເຖິງຢ່າງໃດກໍ່ຕາມ, ບັນດາມາດຕະການລົງໂທດບໍ່ໄດ້ຈັດວາງໃສ່ທ່ານປະທານາທິບໍດີລັດເຊຍ Vladimir Putin. ນອກນັ້ນ, ທ່ານ Josep Borrell ກໍ່ເນັ້ນໜັກວ່າ ອີຢູ ພ້ອມແລ້ວທີ່ຈະເຈລະຈາກັບ ລັດເຊຍ, ແຕ່ບໍ່ແມ່ນໃນສະພາບເກີດ “ໄພນາບຂູ່ດ້ານການທະຫານ”.

ຕອບກັບ

ຂ່າວ/ບົດ​ອື່ນ