(vovworld) – ວັນທີ 20/12, ສະຫະພາບເອີລົບ (ອີຢູ) ຖະແຫຼງວ່າຍັງມີຄວາມສາມາດສ້າງຕັ້ງການພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນກັບ ຢູແກຼນ ຢູ່. ຖະແຫຼງການນີ້ ໄດ້ຍົກອອກມາທີ່ກອງປະຊຸມສຸດຍອດຂອງສະຫະພາບ ເອີລົບ ຢູ່ ບຣຸກແຊນ (ປະເທດແບນຊິກ). ອີຢູ ກໍ່ສະແດງຄວາມປາດຖະໜາສືບຕໍ່ວິວັດການເຈລະຈາເຊັນສັນຍາຮ່ວມສຳພັນກັບ ຢູແກຼນ ແຕ່ພັດຄັດຄ້ານຂໍ້ສະເໜີຂອງ Kiev ກ່ຽວກັບການໜູນຊ່ວຍການເງິນໃຫ້ແກ່ປະເທດນີ້. ທ່ານນາຍົກລັດຖະມົນຕີ ແຟງລັງ Jyrki Katainen ຖະແຫຼງເລື່ອງເຊັນຂໍ້ຕົກລົງຮ່ວມມືແມ່ນການເລືອກເຟັ້ນມີຄຸນຄ່າ ແລະ ອີຢູ ບໍ່ໃຊ້ເງິນເພື່ອບັງຄັບບໍ່ວ່າປະເທດໃດໆ.
ກ່ອນໜ້ານັ້ນ, ຄວາມບໍ່ລົງລອຍກັນໄດ້ເກີດຂຶ້ນລະຫວ່າງ ອີຢູ ແລະ ຢູແກຼນ ພາຍຫຼັງ Kiev ຢຸດຕິການເຈລະຈາສັນຍາຮ່ວມສຳພັນກັບ ອີຢູ ໃນສະພາບການສຳພັນທະມິດນີ້ ແລະ ກອງທຶນເງິນຕາສາກົນບໍ່ກຽມພ້ອມໜູນຊ່ວຍດ້ານເສດຖະກິດໃຫ້ແກ່ ຢູແກຼນ.