ອີຢູຊຸກຍູ້ການພົວພັນໃໝ່ກັບລັດເຊຍ

(VOVWORLD) -ວັນທີ 17 ມິຖຸນາ, ໂຄສົກຂອງຄະນະກຳມະການເອີລົບ (EC) ທ່ານນາງ Mina Adreeva ໄດ້ຄັດຄຳເວົ້າຂອງທ່ານປະທານ EU Jean Claude Juncker ໂດຍໃຫ້ຮູ້ວ່າ

ອີຢູຊຸກຍູ້ການພົວພັນໃໝ່ກັບລັດເຊຍ - ảnh 1 ທ່ານປະທານ EU Jean Claude Juncker

(ພາບປະກອບ: AFP/TTXVN)

ສະຫະພາບເອີລົບ (ອີຢູ) ພວມສ້າງການພົວພັນໃໝ່ກັບສະຫະພັນລັດເຊຍ, “ຍ້ອນວ່າໂຄງສ້າງຄວາມໝັ້ນຄົງຈະບໍ່ສາມາດຄົງຕົວຖ້າຫາກບໍ່ມີລັດເຊຍ”. ໃນສື່ສັງຄົມອອນລາຍ Twitter, ທ່ານນາງ Mina Adreeva ໄດ້ຄັດຄຳເວົ້າຂອງປະທານ EC Jean Claude Juncker ທີ່ຊີ້ແຈ້ງວ່າ, ເຖິງວ່າຄັດຄ້ານເລື່ອງແຫຼມ Crimea ໂຮມເຂົ້າລັດເຊຍ ຄືນກໍ່ຕາມ, ແຕ່ທ່ານກໍ່ຖືວ່າ “ບໍ່ອາດມີການປະພຶດແບບເປັນປໍລະປັກກັບລັດເຊຍ ໄດ້”. ຕາມທ່ານ Jean Claude Juncker ແລ້ວ, ບໍ່ສາມາດມີໂຄງສ້າງຄວາມໝັ້ນຄົງໄດ້ ຖ້າຫາກບໍ່ມີລັດເຊຍ, ສະນັ້ນ EC ພວມສ້າງການພົວພັນກັບມົດສະກູ ແລະ “ຢາກນຳ 2 ຝ່າຍຫຍັບມໍ່ເຂົ້າໃກ້ກັນກວ່າອີກ ເພື່ອດຳລົງຊີວິດໃນທ່າມກາງສັນຕິພາບ”.

ຕອບກັບ

ຂ່າວ/ບົດ​ອື່ນ