ອີຢູຕໍ່ກຳນົດເວລາລົງໂທດລັດເຊຍ
(ພາບປະກອບ)
(vovworld) – ສະຫະພາບເອີລົບ (ອີຢູ) ໄດ້ເຫັນດີຕໍ່ກຳນົດເວລາຕື່ມອີກ 6 ເດືອນ ໃນຄຳສັ່ງລົງໂທດສຳລັບສ່ວນບຸກຄົນ ແລະ ອົງການຈັດຕັ້ງຂອງລັດເຊຍ ແລະ ຢູແກຼນ ທີ່ກ່ຽວຂ້ອງເຖິງການປະທະກັນຢູ່ພາກຕາເວັນອອກ ຢູແກຼນ ແລະ ເຫດການ ມົດສະກູ ໂອນເອົາແຫຼມ Crimea ຄືນໃໝ່ ເມື່ອເດືອນ 03/2014. ໃນແຈ້ງຂ່າວການທີ່ໄດ້ຍົກອອກມາ ວັນທີ 14/09, ສະພາບັນດາລັດຖະມົນຕີຂອງອີຢູ ໄດ້ຕົກລົງແກ່ຍາວຄຳສັ່ງລົງໂທດສຳລັບ 149 ສ່ວນບຸກຄົນ ແລະ 37 ນິຕິບຸກຄົນລັດເຊຍ ແລະ ຢູແກຼນ ຮອດວັນທີ 15/03/2016 ດ້ວຍເຫດຜົນທີ່ວ່າ ບັນດາບຸກຄົນນີ້ໜູນຫຼັງກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກຢູແກຼນ. ຂໍ້ຕົກລົງດັ່ງກ່າວໄດ້ຮັບການຮັບຮອງເອົາກ່ອນທີ່ບັນດາມາດຕະການລົງໂທດນີ້ ໝົດຜົນສັກສິດ 1 ວັນ.