(vovworld) - ອີຢິບ ເພີ່ມທະວີການປ້ອງກັນຄວາມສະຫງົບດ້ວຍເລື່ອງຜັນຂະຫຍາຍລົດຫຸ້ນເກາະ ແລະ ພົນທະຫານຢູ່ສຳນັກງານສານລັດຖະທຳມະນູນສູງສຸດຢູ່ພາກໃຕ້ນະຄອນຫຼວງ ກາຍໂຣ, ຕໍ່ໜ້າການແຫ່ຂະບວນຂະໜາດໃຫຍ່ຕາມແຜນການຂອງບັນດາຜູ້ສະໜັບສະໜູນທ່ານປະທານາທິບໍດີຜູ້ຖືດໂຄ້ນລົ້ມ Mohammed Morsi. ພາຍໃຕ້ຄັນທຸງຂອງພັນທະມິດຕ້ານລັດຖະປະຫານ, ອົງການອ້າຍນ້ອງ ອິດສະລາມ (MB) ມີແຜນການແຫ່ຂະບວນໃນທົ່ວປະເທດ. ຕໍ່ໜ້າບັນດາການຜັນແປທີ່ເຄັ່ງຕຶງຢູ່ ອີຢິບ, ວັນທີ 18/8, ທ່ານປະທານສະພາເອີລົບ Herman Van Rompuy ແລະ ທ່ານປະທານຄະນະກຳມະການ ເອີລົບ Jose Manuel Barroso ໄດ້ກ່າວເຕືອນກອງທັບ ແລະ ລັດຖະບານຊົ່ວຄາວ ອີຢິບ ວ່າ: ສະຫະພາບ ເອີລົບ (ອີຢູ) ພ້ອມແລ້ວທີ່ຈະພິຈາລະນາຄືນບັນດາສາຍພົວພັນກັບປະເທດນີ້ ຖ້າຫາກບໍ່ຢຸດຕິສະພາບໃຊ້ຄວາມຮຸນແຮງ ແລະ ກັບຄືນສູ່ໂຕະເຈລະຈາ. ໃນຖະແຫຼງການຮ່ວມ, ການນຳ ອີຢູ 2 ທ່ານ ຕັກເຕືອນວ່າ: ຖ້າຫາກສະພາບການເຄັ່ງຕຶງປິນຂັ້ນໃດກ່ວາອີກ ອາດຈະພາໄປເຖິງບັນດາຜົນຮ້າຍທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້ຢູ່ອີຢິບ ແລະ ຢູ່ພາກພື້ນ, ພ້ອມທັງຮຽກຮ້ອງໃຫ້ກອງທັບ ອີຢິບ ແລະ ລັດຖະບານປະເທດນີ້ຕ້ອງມີຄວາມຮັບຜິດຊອບນຳປະເທດນີ້ກັບຄືນສູ່ສະພາບສະຖຽນລະພາບ.