(vovworld) – ວັນທີ 9/10, ກະຊວງສາມັກຄີສັງຄົມ ອີຢິບ ໄດ້ຍຸບເລີກອົງການບໍ່ຂຶ້ນກັບລັດຖະບານ (NGO), ທີ່ຂຶ້ນກັບຂະບວນການອ້າຍນ້ອງຊາວມຸດສະລິມ (MB), ອົງການກຳເນີດຂອງທ່ານປະທານາທິບໍດີຜູ້ຖືກຄົ້ນລົ້ມ Mohamed Morsi ຢ່າງເປັນທາງການ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານລັດຖະມົນຕີກະຊວງສາມັກຄີສັງຄົມ Ahmed al – Boraie ອະທິບາຍວ່າຄຳຕັດສິນດັ່ງກ່າວໄດ້ຍົກອອກມາ ໂດຍອີງໃສ່ບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບ NGO. ຕາມນັ້ນແລ້ວ, NGO ແລະ MB ຈົດທະບຽນທຳການເຄື່ອນໄຫວໃນເດືອນ 3 ຜ່ານມາໄດ້ມີການກະທຳລະເມີດຫຼາຍຢ່າງ, ໃນນັ້ນມີການໃຊ້ຄວາມຮຸນແຮງ, ສະສົມອາວຸດຢູ່ສຳນັກງານຕົ້ນຕໍ່ທີ່ເມືອງ Moqattam ຢູ່ ກາຍໂຣ, ຍິງລູກປືນແທ້ໃສ່ຜູ້ແຫ່ຂະບວນປະທ້ວງຄັດຄ້ານທ່ານອະດິດປະທານາທິບໍດີ Mohamed Morsi ທີ່ເຕົ້າໂຮມຢູ່ພາຍນອກສະຖານທີ່ດັ່ງກ່າວເຮັດໃຫ້ 9 ຄົນເສຍຊີວິດ ແລະ 91 ຄົນຮັບບາດເຈັບ.
ທ່ານ Boraie ຮັບຮູ້ວ່າຂໍ້ຕົກລົງຍຸບເລີກ NGO ແລະ MB ໄດ້ຮັບການປະຕິບັດຖືກຕາມ “ຂັ້ນຕອນນິຕິກຳທົ່ວໄປ” ແລະ ໂດຍອີງໃສ່ຄຳຕັດສິນເມື່ອວັນທີ 23/9 ຂອງສານ ກາຍໂຣ ທີ່ກ່ຽວຂ້ອງເຖິງບັນດາບັນຫາຮີບດ່ວນ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີຊົ່ວຄາວ Hazem al – Beblawy ໄດ້ສ້າງຕັ້ງຄະນະກຳມະການໜຶ່ງເພື່ອປະຕິບັດຄຳຕັດສິນ ແລະ ຄຳຮຽກຮ້ອງໃຫ້ທ່ານ Boraie ຍຸບເລີກ NGO ແລະ MB.