ອີຢູປະກາດບັນລຸFTA“ບົນຫລັກການ”ກັບຫວຽດນາມ

ອີຢູປະກາດບັນລຸFTA“ບົນຫລັກການ”ກັບຫວຽດນາມ - ảnh 1
(ພາບປະກອບ)

(vovworld) ວັນ​ທີ 4/8, ສະຫະພາບ​ເອີ​ລົບ (ອີ​ຢູ) ປະກາດບັນລຸ​ໄດ້​ຂໍ້​ຕົກລົງການ​ຄ້າ​ເສລີ (FTA) “ບົນ​ຫລັກການ” ກັບ ຫວຽດນາມ, ລົບ​ລ້າງ​ຮົ້ວ​ກີດຂວາງ​ພາສີ​​ເກືອບ​ທັງ​ໝົດ​ສຳລັບ​ ສິນຄ້າ​ການ​ຄ້າ​ລະຫວ່າງ 2 ຝ່າຍ. ພາຍຫລັງ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ລັດຖະມົນຕີ​ວ່າການກະຊວງ​ອຸດສາຫະກຳການ​ຄ້າ ຫວຽດນາມ ຫວູຮຸຍ​ຮ່ວາງ, ກຳມະການ​ຄະນະ​ກຳມະການ ​ເອີ​ລົບ ຮັບຜິດຊອບ​ດ້ານ​ການ​ຄ້າ ທ່ານ​ນາງ Cecilia Malmstroem ​ແຈ້ງວ່າ: 2 ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ ພາຍຫລັງການ​ເຈລະຈາທີ່​ຫຍຸ້ງຍາກ​​ເຊິ່ງ​ແກ​່ຍາວ​ເປັນ​ເວລາ 2 ປີ​ເຄິ່ງ. ກ່ຽວ​ກັບ​ເນື້ອ​ໃນ​​ລະ​ອຽດຂອງ​ຂໍ້​ຕົກລົງ, ທ່ານ​ນາ​ງ Cecilia Malmstroem ​​ໃຫ້​ຮູ້​ວ່າ: ດ້ວຍ​ຂໍ້​ຕົກລົງ​ນີ້ ​ພາສີ​​ເກືອບ​ທັງ​ໝົດ​ສຳລັບ​ສິນຄ້າ​ລະຫວ່າງ ອີ​ຢູ ​ແລະ ຫວຽດນາມ ຈະ​ຖືກ​ຍົກ​ເລີກ. ທ່ານ​ນາງ Cecilia Malmstroem ​ເນັ້ນ​ໜັກ​ວ່າ: ຂໍ້​ຕົກລົງ FTA ຈະ​ຊຸກຍູ້ດ້ານ​ການ​ຄ້າ​ລະຫວ່າງ ອີ​ຢູ ກັບ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​​ຂະຫຍັນ​ຂັນ​ເຂື່ອນທີ່​ສຸດຂອງ​ ອາຊີ, ສ້າງ​​ເປັນ​ຮູບ​ແບບ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ໃໝ່, ດີກວ່າ​ ​ແລະ ທັນ​ສະ​ໄໝ​ກ່ວາ​ລະຫວ່າງ ອີ​ຢູ ກັບ​ບັນດາ​ປະ​ເທດ​ພວມ​ພັດ​ທະນາ, ພ້ອມ​ທັງ​ສ້າງ​ຕັ້ງມາດຕະຖານ​ທີ່​ດີໃຫ້​ແກ່ການ​ພົວພັນດ້ານ​ການ​ຄ້າ​ລະຫວ່າງ ອີ​ຢູ ກັບ​ທົ່ວ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້. ທ່ານ​ນາງ​ Cecilia Malmstroem ​ຫວັງ​ວ່າ: ຂໍ້​ຕົກລົງ​ກ່ຽວ​ກັບ FTA  ຈະ​ສ້າງ​​ໂອກາດ​ຫຼາຍ​ຢ່າງໃຫ້​ບັນດາ​ວິ​ສາ​ຫະກິດ ອີ​ຢູ ​ແລະ ຫວຽດນາມ, ເມື່ອ​ມັນ​ເປີດ​ກ້ວາງ​ຕະຫລາດ 2 ຝ່າຍ​ໃຫ້​ສິນຄ້າ ​ແລະ ບໍລິການ​.

ຂ່າວ/ບົດ​ອື່ນ