ອີຢູພ້ອມແລ້ວທີ່ຈະສືບຕໍ່ທາບທາມຄວາມເຫັນ3ຝ່າຍກ່ຽວກັບການປະຕິບັດສັນຍາຮ່ວມສຳພັນກັບຢູແກຼນ

ອີຢູພ້ອມແລ້ວທີ່ຈະສືບຕໍ່ທາບທາມຄວາມເຫັນ3ຝ່າຍກ່ຽວກັບການປະຕິບັດສັນຍາຮ່ວມສຳພັນກັບຢູແກຼນ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼ​ນ Petro Poroshenko (ກາງ), ​ປະ​ທານ EC Jose Manuel Barroso (ຊ້າຍ) ​ແລະ ປະ​ທານ EU Herman Van Rompuy
 (ພາບ: AFP/TTXVN)

(vovworld) – ໃນ​ຈົດ​ໝາຍ​​ຝາກ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ວັນ​ທີ 1/10, ທ່ານ​ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ເອີ​ລົບ (EC) Jose Manuel Barroso ໃຫ້​ຮູ້​ວ່າ​: ສະ​ຫະ​ພາບ​ເອີ​ລົບ (EU) ພ້ອມ​ແລ້ວ​ທີ່​ຈະສືບ​ຕໍ່​ບັນ​ດາ​ການ​ທາບ​ທາມ​ຄວາມ​ເຫັນ 3 ຝ່າຍ (ເຊິ່ງ​ລວມ​ມີ: ອີ​ຢູ, ລັດ​ເຊຍ ແລະ ຢູ​ແກຼນ) ກ່ຽວ​ກັບ​ເລື່ອງ​ປະ​ຕິ​ບັດ​ສັນ​ຍາ​ຮ່ວມ​ສຳ​ພັນ​ລະ​ຫວ່າງ ຢູ​ແກຼນ ກັບ ອີ​ຢູ, ເພື່ອ​ແນ​ໃສ່ລົບ​ລ້າງ​ຄວາມ​ວິ​ຕົກ​ວັງ​ວົນ​ຂອງ ມົດ​ສະ​ກູ ທີ່​ກ່ຽວ​ຂ້ອງ​ເຖິງ​ແຜນ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລ​ີ ອີ​ຢູ/ຢູ​ແກຼ​ນ.

        ທ່ານ Barroso ເນັ້ນ​ໜັກ​ວ່າ: ສັນ​ຍາ​ຮ່ວມ​ສຳ​ພັນ​ລະ​ຫວ່າງ ຢູ​ແກຼນ ແລະ ອີ​ຢູ ແມ່ນ​ຂໍ້​ຕົກ​ລົງ 2 ຝ່າຍ ແລະ ເໝາະ​ສົມ​ກັບ​ກົດ​ຫມາຍ​ສາ​ກົນ. ດັ່ງ​ນັ້ນ, ບໍ່​ວ່າ​ການ​ປັບ​ປ​ຸງ​ໃດໆ​ໃນ​ເອ​ກະ​​ສານ ກໍ່​ລ້ວນ​ແຕ່​ຕ້ອງ​ໄດ້​ຕວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ 2 ຝ່າຍ. ທ່ານ​ຢືນ​ຢັນ​ວ່າ: ​ພຽງ​ແຕ່ ຢູ​ແກຼນ ແລະ ອີ​ຢູ ຈຶ່ງ​ມີ​ສິດປ່ຽນ​ແປງ​ສັນ​ຍາ​ດັ່ງ​ກ່າວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ​ປະ​ທານ EC ຊີ້​ແຈ້ງ EU ພ້ອມ​ແລ້ວ​ທີ​່​ສືບ​ຕໍ່​ການ​ທາບ​ທາມ​ຄວາມ​ເຫັນກັບ​ 3 ຝ່າຍ.


ຂ່າວ/ບົດ​ອື່ນ