ຂະບວນລົດຂົນສົ່ງປະຊາຊົນ ຊີຣີ ໄປອົບພະຍົບເຖິງເທດສະບານ al-Bab, ທາງພາກເໜືອ ຊີຣີ ໃນວັນທີ 19/3.
(ພາບ:AFP/TTXVN)
|
(vovworld) - ລັດຖະມົນຕີການຕ່າງປະເທດຂອງ 28 ປະເທດສະມາຊິກສະຫະພາບເອີລົບ (ອີຢູ) ຫາກໍ່ຮັບຮອງເອົາຍຸດທະສາດແກ້ໄຂສົງຄາມກາງເມືອງຢູ່ ຊີຣີ. ນີ້ແມ່ນເນື້ອໃນຖະແຫຼງການຂອງສະພາລັດຖະມົນຕີການຕ່າງປະເທດ ອີຢູ ໃນກອງປະຊຸມຈັດຕັ້ງເມື່ອວັນທີ 3/4 ຢູ່ Luxembourg. ຍຸດທະສາດຂອງ ອີຢູ ສຸມໃສ່ 6 ໜ້າທີ່ຫຼັກແຫຼ່ງ. ນອກນັ້ນ, ສະພາລັດຖະມົນຕີການຕ່າງປະເທດ ອີຢູ ກໍ່ຮັບຮອງເອົາບັນດາຂໍ້ກຳນົດໃໝ່ເພື່ອແນໃສ່ສະກັດກັ້ນເລື່ອງສົ່ງອອກໂລຫະ 4 ປະເພດ ເພື່ອມີແຫຼ່ງການເງິນໃຫ້ແກ່ບັນດາການປະທະກັນ. ຂໍ້ຕົກລົງນີ້ຄວນໄດ້ນຳເຂົ້າສູ່ການປະຕິບັດນັບແຕ່ເດືອນ 1/2021. ຄຽງຄູ່ກັນນັ້ນ, ຖະແຫຼງການດັ່ງກ່າວກໍ່ຊີ້ແຈ້ງວ່າອີຢູ ກຽມພ້ອມປະກອບສ່ວນເຂົ້າໃນວິວັດການຟື້ນຟູຊີຣີ ພຽງແຕ່ພາຍຫຼັງປະເທດ ຕາເວັນອອກກາງນີ້ເລີ່ມດຳເນີນວິວັດການມອບໂອນການເມືອງ.