ອີຢູເປີດກ້ວາງບັນຊີລາຍຊື່ຜູ້ຖືກລົງໂທດສຳລັບສປປ.ເກົາຫຼີ
ປະຊາຊົນ ສ. ເກົາຫຼີ ຕິດຕາມເຫດການຍິງລູກສອນໄຟຂອງ ສປປ ເກົາຫຼີ
(ພາບ: AFP/TTXVN)
(vovworld) – ວັນທີ 19/5, ສະຫະພາບ ເອີລົບ (ອີຢູ) ປະກາດເພີ່ມເຕີມອີກ 18 ຄົນ ແລະ ອົງການແຫ່ງໜຶ່ງຂອງ ສປປ ເກົາຫຼີ ເຂົ້າບັນຊີລາຍຊື່ ເຊິ່ງ ອີຢູ ຈັດວາງບັນດາມາດຕະການລົງໂທດ. ຕາມແຈ້ງຂ່າວຂອງສະຫະພາບເອີລົບ ແລ້ວ, 18 ຄົນດັ່ງກ່າວເກືອບທັງໝົດແມ່ນບັນດານາຍທະຫານຂັ້ນສູງຂອງກອງທັບ ສປປ ເກົາຫຼີ ແລະ ອົງກອນ (ເຄີຍເປັນບັນດາບໍລິສັດ ຫຼືອົງການ) ຖືກລົງໂທດຍ້ອນມີສ່ວນກ່ຽວຂ້ອງເຖິງບັນດາໂຄງການລູກສອນໄຟນຳວິຖີ ຫຼື ອາວຸດລ້າງຜານ. ບັນດາມາດຕະການລົງໂທດລວມມີຈຳກັດການໄປມາ ແລະ ປິດລ້ອມຊັບສົມບັດ. ລາຍຊື່ຂອງບັນດາສ່ວນບຸກຄົນດັ່ງກ່າວຈະໄດ້ປະກາດໃນບົດລາຍງານທາງການຂອງ ອີຢູ ອອກໃນວັນທີ 20/5. ດ້ວຍຄວາມຕັດສິນໃຈດັ່ງກ່າວຂອງ ອີຢູ, ປະຈຸບັນ, ບັນຊີລາຍຊື່ບັນດາບຸກຄົນ ແລະ ອົງກອນຂອງ ສປປ ເກົາຫຼີ ຖືກ ອີຢູ ລົງໂທດແມ່ນຂຶ້ນເຖິງ 66 ຄົນ ແລະ 42 ອົງກອນ.