ອີຢູເຫັນດີກ່ຽວກັບງົບປະມານ ໄລຍະຍາວ ປີ 2014 - 2020

ອີຢູເຫັນດີກ່ຽວກັບງົບປະມານ  ໄລຍະຍາວ ປີ 2014 - 2020 - ảnh 1
ປະທານາທິບໍດີ ຝລັ່ງ  Francois Hollande ແລະ ນາຍົກລັດຖະມົນຕີ Italia Mario Monti
ພາບ: AFP/TTXVN


(vovworld)-  ພາຍຫລັງປຶກສາ​ຫາລື​ຕະຫລອດ​ເກືອບ 26 ຊົ່ວ​ໂມງ, ວັນ​ທີ 8/2, ບັນດາ​ການ​ນຳ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ງົບປະມານ​ຂອງກຸ່ມ​ໃນ​ໄລຍະ​ແຕ່​ປີ 2014 - 2020 ດ້ວຍ​​ເລື່ອງ​ຕົກລົງ​ຫລຸດຜ່ອນ​ຈຳນວນ​ເງິນ 34 ຕື້​ເອີ​ໂຣ​ໃນ​ໄລຍະ 7 ປີ​ຈະ​ມາ​ເຖິງ ລົງ​ເຫລືອ​ພຽງ 908 ຕື້ ​ເອີ​ໂຣ. ຄວາມ​ຈິງ​ແລ້ວ, ນີ້​ເປັນ​ຄັ້ງ​ທຳ​ອິດ​ກຸ່ມ​ດັ່ງກ່າວ​ຫລຸດຜ່ອນ​ງົບປະມານ​ໃນ​ປະຫວັດສາດ 56 ປີ​ແຫ່ງ​ການ​ຄົງ​ຕົວ​ຂອງ​ເຂົາ​ເຈົ້າ. ບ້ວງ​ເງິນ​ຫລຸດຜ່ອນ​ຫລາຍ​ສຸດ ​ແມ່ນຂຶ້ນ​ກັບ​ຂົງ​ເຂດ​ກະສິກຳ, ສ່ວນງົບ​ປະມານ​ຫນຶ່ງ​ດຽວທີ່​ໄດ້​ຮັບ​ການ​ເພີ່ມ​ຂຶ້ນ​ນັ້ນ​ແມ່ນ​ງົບ​ປະມານ​ສະ​ຫງວນ​ໃຫ້​ແກ່​ການ​ແກ້ງ​ແຍ້​ງ ​ເພື່ອ​ການ​ເຕີບ​ໂຕ ​ແລະ ວຽກ​ເຮັດ​ງານ​ທຳ. ກ່າວ​ຄຳ​ເຫັນ​ອັດ​ການປະຊຸມ​ຂ່າວ​ພາຍຫລັງ​ສິ້ນ​ສຸດ​ກອງ​ປະຊຸມ,​ທ່ານ​ປະທານ​ສະພາ​ເອີ​ລົບ Van Rompuy ​ເນັ້ນ​ຫນັກ​ວ່າ ງົບປະມານ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສະ​ແດ​ງ​ໃຫ້​ເຫັນ​ຄວາມ​ສຸດ​ອົກ​ສຸດ​ໃຈ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ຜ່ານ​ບ້ວງ​ເງິນ​ຫລຸດຜ່ອນ​ເທົ່າ​ນັ້ນ ຫາກ​ສະ​ແດງ​ໃຫ້​​ເຫັນ​ຄວາມ​ຕິດ​ສິນ​ໃຈ​ແກ້​ໄຂ​ວິ​ກິດ​ການ​ຫນີ້​ສາທາລະນະ​ພວມ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ຢູ່ ​ເອີ​ລົບ​ອີ​ກດ້ວຍ, ພ້ອມ​ທັງ​ຊຸກຍູ້​ການ​ເຕີບ​ໂຕ ​ແລະ ວຽກ​​ເຮັດ​ງານ​ທຳ​​ໃນ​ທົ່ວ ອີ​ຢູ.

 

ຕອບກັບ

ຂ່າວ/ບົດ​ອື່ນ