ອີຢູແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງອາຊຽນ
ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ
(ພາບ: TTXVN)
(vovworld) - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນ ອາຊຽນ ທີ່ຫາກໍ່ໄດ້ຮັບການຈັດຕັ້ງຂຶ້ນຢູ່ ສຳນັກງານ ອາຊີ ຢູ່ນະຄອນຫຼວງ ລອນດອນ, ລາຊະອານາຈັກ ອັງກິດ, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ເນັ້ນໜັກວ່າ: ໃນ 3 ທົດສະວັດຜ່ານມາ, ບັນດາການພົວພັນຄູ່ເຈລະຈາ ອາຊຽນ - ອີຢູ ໄດ້ຮັບການເປີດກ້ວາງໃນທຸກຂົງເຂດ ຈາກດ້ານການເມືອງ - ຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ - ສັງຄົມ ຕະຫຼອດຮອດການຮ່ວມມື - ພັດທະນາ. ອີຢູ ຍາມໃດກໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ, ແມ່ນໜຶ່ງໃນບັນດາຝ່າຍເຂົ້າຮ່ວມສຳຄັນ ແລະ ຕັ້ງໜ້າທີ່ສຸດເຂົ້າໃນເວທີປາໄສພາກພື້ນ ອາຊຽນ ແລະ ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນບັນດາກົນໄກພາກພື້ນຢ່າງແຮງ. ປີ 2013, ອີຢູ ແມ່ນແຫຼ່ງສະໜອງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ສຸດເຂົ້າ ອາຊຽນ ແລະ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 2 ຂອງ ອາຊຽນ.
ທ່ານ ເລເລືອງມິງ ກໍ່ໃຫ້ຮູ້ວ່າ: ເລື່ອງ ອັງກິດ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືລະຫວ່າງ ອີຢູ ແລະ ອາຊຽນ. ເລື່ອງ ອັງກິດເຂົ້າຮ່ວມສົນທິສັນຍາສະໜິດສະໜົມ ແລະ ການຮ່ວມມືໃນເດືອນ 7/2012 ໄດ້ສ່ອງແສງໃຫ້ເຫັນຄຳໝັ້ນສັນຍາຂອງປະເທດນີ້ແມ່ນປັບປຸງການຮ່ວມສຳພັນກັບ ອາຊຽນ ເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບໃນພາກພື້ນ.