ອີຣັກ: ການວາງລະເບີດ 2 ຄັ້ງຢ່າງລຽນຕິດຢູ່ນະຄອນຫຼວງ ແບດແດດ ກໍ່ຄວາມລົ້ມຫາຍຕາຍຈາກອັນໃຫຍ່ຫຼວງ

(VOVWORLD) - ຕາມທ່ານ Saad Maan, ໂຄສົກກອງບັນຊາການບັ້ນຮົບຮ່ວມແລ້ວ, ພວກວາງລະເບີດສະຫຼະຊີບ 2 ຄົນໄດ້ເຮັດໃຫ້ລະເບີດຕິດໂຕແຕກຢູ່ສະໜາມຫຼວງ al – Tayyaran ໃນເຂດໃຈກາງນະຄອນຫຼວງ ແບດແດດ
ອີຣັກ: ການວາງລະເບີດ 2 ຄັ້ງຢ່າງລຽນຕິດຢູ່ນະຄອນຫຼວງ ແບດແດດ ກໍ່ຄວາມລົ້ມຫາຍຕາຍຈາກອັນໃຫຍ່ຫຼວງ - ảnh 1 ສະຖານທີ່ເກີດເຫດ

ວັນທີ 15 ມັງກອນ, ນະຄອນຫຼວງ ແບດແດດ ຂອງ ອີຣັກ ຖືກສັ່ນສະເທືອນພາຍຫຼັງເກີດເຫດວາງລະເບີດສະຫຼະຊີບ 2 ຄັ້ງຢ່າງລຽນຕິດ, ເຮັດໃຫ້ມີຜູ້ຖືກເສຍຊີວິດ 26 ຄົນ ແລະ ຢ່າງໜ້ອຍສຸດມີ 90 ຄົນຖືກຮັບບາດເຈັບ. ນີ້ແມ່ນບັນດາເຫດວາງລະເບີດຫຼ້າສຸດຢູ່ແບດແດດໃນເວລາ 3 ວັນຜ່ານມາ. ຕາມທ່ານ Saad Maan, ໂຄສົກກອງບັນຊາການບັ້ນຮົບຮ່ວມແລ້ວ, ພວກວາງລະເບີດສະຫຼະຊີບ 2 ຄົນໄດ້ເຮັດໃຫ້ລະເບີດຕິດໂຕແຕກຢູ່ສະໜາມຫຼວງ al – Tayyaran ໃນເຂດໃຈກາງນະຄອນຫຼວງ ແບດແດດ. ເຈົ້າໜ້າທີ່ການແພດຜູ້ໜຶ່ງໄດ້ຢັ້ງຢືນໃນເບື້ອງຕົ້ນຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບດັ່ງກ່າວ. ຈຳນວນຜູ້ລົ້ມຫາຍຕາຍຈາກອາດຈະຫຼາຍກ່ວານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ