ອີຣັກ ຢັ້ງຢືນຫຼັກໝັ້ນຄັດຄ້ານຄຳສັ່ງລົງໂທດຂອງ ອາເມລີກາ ຕໍ່ ອີຣານ

(VOVWORLD) - ວັນທີ 9 ກຸມພາ,  ສື່ມວນຊົນຂອງຕາເວັນອອກກາງໃຫ້ຮູ້ວ່າ ທ່ານປະທານສະພາແຫ່ງຊາດ ອີຣັກ Mohammed al- Halbusi ໄດ້ຢັ້ງຢືນຫຼັກໝັ້ນຂອງປະເທດນີ້ໃນການຄັດຄ້ານບັນດາຄຳສັ່ງລົງໂທດຂອງ ອາເມລີກາ ຕໍ່ ອີຣານ. 
ອີຣັກ ຢັ້ງຢືນຫຼັກໝັ້ນຄັດຄ້ານຄຳສັ່ງລົງໂທດຂອງ ອາເມລີກາ ຕໍ່ ອີຣານ - ảnh 1ທ່ານປະທານສະພາແຫ່ງຊາດ ອີຣັກ Mohammed al- Halbusi (ພາບ:  AFP/TTXVN)

ກ່າວຄຳເຫັນທີ່ພິທີຕ້ອນຮັບທ່ານເອກອັກຄະລັດຖະທູດ ອີຣານ Iraj Masjedi ຢູ່ Baghdad ໃນວັນດຽວກັນ, ທ່ານ Halbusi ໃຫ້ຮູ້ວ່າ ອີຣັກ ຕ້ອງນຳເຂົ້າອາຍແກັດ ແລະ ໄຟຟ້າ ຈາກອີຣານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານພະລັງງານຂອງຕົນ, ແຕ່ບັນດາຄຳສັ່ງລົງໂທດຂອງ ອາເມລິກາ ຕໍ່ Tehran ໄດ້ກໍ່ໃຫ້ເກີດບັນດາຄວາມຫຍຸ້ງຍາກສຳລັບການເຄື່ອນໄຫວໃນການນຳເຂົ້າດັ່ງ  ກ່າວ.

        ທ່ານປະທານສະພາແຫ່ງຊາດ Mohammed al- Halbusi ກໍ່ຢັ້ງຢືນວ່າ ລັດຖະບານ ແລະ ສະພາແຫ່ງຊາດ ອີຣັກ ໄດ້ຕີລາຄາສູງຄວາມສຳຄັນໃນການປັບປຸງການພົວພັນກັບອີຣານໃນຫຼາຍຂົງເຂດ. ທ່ານ Halbusi ໃຫ້ຮູ້ວ່າ ອີຣັກແລະ ອີຣານ ໄດ້ຮັກສາບົດບາດແຖວໜ້າໃນການຊຸກຍູ້ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ, ພ້ອມທັງຕີລາຄາສູງບັນດາການປະກອບສ່ວນຫຼັກແຫຼ່ງຂອງ Tehran ໃນການຊ່ວຍເຫຼືອ Baghdad ຕ້ານລັດທິກໍ່ການຮ້ານ ແລະ ສະແດງຄວາມຫວັງວ່າຈະສືບຕໍ່ໝູນຊ່ວຍ ອີຣັກ ໃນແຜນການສ້າງສາປະເທດຄືນ    ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ