ອີ​ຣັກ ຮຽກ​ຕົວ ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ຕາ​ເວັນ​ຕົກ

(VOVWORLD) -ວັນທີ 9 ທັນວາ, ກະຊວງການຕ່າງປະເທດ ອີຣັກ ໄດ້ຮຽກຕົວ ຜູ້ຕາງໜ້າທາງການທູດ 4 ທ່ານ ຂອງບັນດາປະເທດຝ່າຍຕາເວັນຕົກ ຍ້ອນ “ເຂົາເຈົ້າ ໄດ້ແຊກແຊງເຂົ້າວຽກງານພາຍໃນຂອງ ອີຣານແບບບໍ່ອາດຍອມຮັບໄດ້”. 
ອີ​ຣັກ ຮຽກ​ຕົວ ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ຕາ​ເວັນ​ຕົກ - ảnh 1ຜູ້ແຫ່ຂະບວນປະທ້ວງ ຢູ່ນະຄອນຫຼວງ Baghdad (ພາບ: TTXVN)

ບັນດາເອກອັກຄະລັດຖະທູດ ຂອງ ເຢຍລະມັນ, ອັງກິດ, ຝລັ່ງ, ການາດາ ໂດຍກະຊວງການຕ່າງປະເທດ ອີຣັກໄດ້ຮຽກຕົວ ເພື່ອຄັດຄ້ານບັນດາບົດ ກ່າວປາໄສຂອງ ເຂົາເຈົ້າພາຍຫຼັງການບຸກໂຈມຕີທີ່ເກີດຂຶ້ນຢູ່ Baghdad ໃນທ້າຍອາທິດຜ່ານມາ, ເຮັດໃຫ້ມີຜູ້ແຫ່ຂະບວນປະທ້ວງຕໍ່ຕ້ານ ລັດຖະບານປະມານ 20 ຄົນແລະ ຕຳຫຼວດ 4 ຄົນຖືກເສຍຊີວິດ.

        ກ່ອນໜ້ານັ້ນ, ວັນທີ 8 ທັນວາ, ທ່ານ Barham Saleh ປະທານາທິບໍດີ ອີຣັກໄດ້ພົບປະກັບທ່ານນາງ Jeanine Hennis-Plasschaert ຜູ້ຕາງໜ້າພິເສດຂອງ ສປຊ ຢູ່ປະເທດນີ້, ໃນນັ້ນທ່ານ Barham Saleh ໄດ້ຢັ້ງຢືນບົດບາດຄວາມຮັບຜິດຊອບຂອງອຳນາດການປົກຄອງ ອີຣານ ໃນການປົກປ້ອງບັນດາຜູ້ແຫ່ຂະບວນປະທ້ວງຖືກຕາມກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ