ອີຣັກກ່າວປະນາມ IS ນຳໃຊ້ອາວຸດເຄມີ
ທະຫານກະບົດ IS ຢູ່ອີຣັກ
(ພາບ: AFP)
(vovworld) – ຕາມວົງການເຈົ້າໜ້າທີ່ອີຣັກແລ້ວ, ພວກທະຫານກະບົດຂຶ້ນກັບລັດອິດຊະລາມອ້າງຊື່ເອງ (IS) ໄດ້ນຳໃຊ້ທາດພິດ clo ໃນການປະທະກັບກຳລັງປ້ອງກັນຄວາມສະຫງົບປະເທດນີ້ ແລະ ທະຫານລາດອິດຊະລາມນິກາຍ ຊີອະ ຢູ່ພາກເໜືອອີຣັກ ເມື່ອເດືອນກ່ອນ ອັນໄດ້ຮັດໃຫ້ນັກຮົບ ແລະ ທະຫານລາດນິກາຍ ຊີອະ ປະມານ 40 ຄົນຖືກຕິດທາດພິດດັ່ງກ່າວແຕ່ບໍ່ມີໄພອັນຕະລາຍຕໍ່ຊີວິດ.
ຕໍ່ໜ້າຂ່າວດັ່ງກ່າວ, ທ່ານ John Kerry ລັດຖະມົນຕີການຕ່າງປະເທດອາເມລິກາ ເນັ້ນໜັກວ່າ, ນີ້ແມ່ນຄຳກ່າວຫາທີ່ໜັກໜ່ວງ ແລະ ວໍຊິງຕັນ ພວມຊອກຫາຂໍ້ມູນຂ່າວຕື່ມອີກເພື່ອສາມາດພິສູດບັນຫານີ້ ແລະ ອາເມລິກາ ຈະສົ່ງພາລະກອນໄປສະຖານທີ່ເກີດເຫດເພື່ອວິເຄາະ ແລະ ເຮັດແຈ້ງບັນດາຂໍ້ມູນຂ່າວດັ່ງກ່າວ./.