ອີຣັກ:ປະທານາທິບໍດີ ມອບໝາຍໃຫ້ຮອງປະທານ ສະພາແຫ່ງຊາດສ້າງຕັ້ງ ລັດຖະບານໃໝ່
ທ່ານ Haidar al Abadi
(ພາບ: AFP )
(vovworld) –ວັນທີ 11/8, ປະທານາທິບໍດີອີຣັກ Fuad Masum ມອບໝາຍໃຫ້ທ່ານ Haidar al Abadi ຜູ້ອອກສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີຈາກສຳພັນທະມິດອິດຊະລາມນິກາຍຊີອະ ຫຼັກແຫຼ່ງຂອງ ອີຣັກ, ທັງເປັນຮອງປະທານສະພາແຫ່ງຊາດໃຫ້ສ້າງຕັ້ງລັດຖະບານໃໝ່. ໃນພິທີທີ່ຖືກຖ່າຍຖອດສົດທາງໂທລະພາບ, ປະທາ ນາທິບໍດີອີຣັກ Fuad Masum ໄດ້ເວົ້າກັບທ່ານ Haidar al Abadi ວ່າ: “ປະຈຸບັນ, ປະເທດຊາດພວມຢູ່ໃນກຳມືຂອງທ່ານ“. ກ່າວຄຳເຫັນພາຍຫຼັງຖືກສະເໜີສ້າງຕັ້ງລັດຖະບານ, ທ່ານ Haidar al Abadi ປະກາດວ່າ: “ພວກເຮົາທຸກຄົນຕ້ອງຮ່ວມມືກັນເພື່ອຕ້ານບັ້ນກໍ່ການຮ້າຍຢູ່ອີຣັກ ແລະ ສະກັດກັ້ນກຸ່ມກໍ່ການຮ້າຍທັງໝົດ“. ການກະທຳດັ່ງກ່າວອາດຈະເຮັດໃຫ້ວິກິດການການເມືອງໃນຈຸດເວລາທີ່ອີຣັກ ພວມຕ້ອງການແນວໂຮມເອກະພາບຕ້ານຄືນການລຸກຮຶ້ຂຶ້ນທີ່ນັບມື້ນັບແຂງແຮງກ່ວາຂອງພວກທະຫານກະບົດ ເລິກເຊິ່ງຂຶ້ນຕື່ມ. ໃນຈຸດເວລານີ້, ທ່ານນາຍົກລັດ ຖະມົນຕີອີຣັກ Nuri Maliki ປະກາດວ່າບໍ່ມີເຈດຕະນາປະລະຄວາມມານະພະຍາຍາມສືບຕໍ່ຮັບຕຳແໜ່ງໃນອາຍຸການທີ 3.
ໃນວັນດຽວກັນ, ທ່ານ John Kerry ລັດຖະມົນຕີການຕ່າງປະເທດອາເມລິກາ ຢັ້ງຢືນວ່າ, ການສ້າງຕັ້ງລັດຖະບານໃໝ່ ໄດ້ສວມບົດບາດສຳຄັນທີ່ສຸດສຳລັບສະຖຽນລະພາບຢູ່ອີຣັກ, ພ້ອມທັງຊຸກຍູ້ທ່ານນາຍົກລັດຖະມົນຕີອີຣັກ Nuri Maliki ບໍ່ຄວນເຮັດໃຫ້ຄວາມເຄັ່ງຕຶງທາງດ້ານການເມືອງປິນຂັ້ນໄດຕື່ມອີກ./.