ອີ​ຣານ ກ່າວ​ເຕືອນ ຈະ​ຢ​ຸດ​ຕິ​ກາ​ນ​ເຂົ້າ​ຮ່ວມ​ຂໍ້​ຕົກ​ລົງ​​ຊົ່ວ​ຄາວ ທີ່​ຫາ​ກໍ​ລົງ​ນາມ​ເຊັນ​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

(VOVWORLD) - ອີຣານ ກ່າວເຕືອນວ່າ ຈະຢຸດຕິການເຂົ້າຮ່ວມຂໍ້ຕົກລົງທີ່ມີລັກສະນະຊົ່ວຄາວ ທີ່ຫາກໍລົງນາມກັບອົງການພະລັງງານປະລະມານູສາກົນ (IAEA) ໃນທ້າຍອາທິດແລ້ວນີ້ ຖ້າຫາກວ່າ ອົງການ IAEA ສະໜັບສະໜູນຄວາມມານະພະຍາຍາມ ໂດຍ ອາເມລິກາ ນຳໜ້າ ເພື່ອແນໃສ່ຕຳໜິຕິຕຽນ ເຕເຮຣານ ໃນກອງປະຊຸມທີ່ຈະຈັດຂຶ້ນໃນອາທິດໜ້າ.
ອີ​ຣານ ກ່າວ​ເຕືອນ ຈະ​ຢ​ຸດ​ຕິ​ກາ​ນ​ເຂົ້າ​ຮ່ວມ​ຂໍ້​ຕົກ​ລົງ​​ຊົ່ວ​ຄາວ ທີ່​ຫາ​ກໍ​ລົງ​ນາມ​ເຊັນ​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ - ảnh 1ການພົບປະລະຫວ່າງການນຳ ອົງການ IAEA ແລະ ອີຣານ ໃນວັນທີ 21 ກຸມພາ (ພາບ:  THX/TTXVN)

ໃນການຢ້ຽມຢາມ ອີຣານ ເມື່ອທ້າຍອາທິດແລ້ວນີ້ ຂອງທ່ານ Rafael Grosso ຜູ້ອຳນວຍການໃຫຍ່ ອົງການ IAEA, ສອງຝ່າຍໄດ້ລົງນາມໃນ “ມາດຕະການຊົ່ວຄາວ” ທີ່ມີຜົນສັກສິດພາຍໃນ 3 ເດືອນ ໂດຍອະນຸຍາດໃຫ້ອົງການ IAEA ສືບຕໍ່ປະຕິບັດວຽກງານກວດການິວເຄຼຍ ຢູ່ ອີຣານ ແຕ່ລະດັບການສາຜັດກໍຈະຖືກຈຳກັດນັບແຕ່ວັນທີ 23 ກຸມພາ. ຕາມເອກະສານສະບັບໜຶ່ງທີ່ສົ່ງມາຍັງບັນດາສະມາຊິກຂອງອົງການ IAEA ກ່ອນວັນດຳເນີນກອງປະຊຸມປະຈຳໄຕມາດຂອງຄະນະການນຳອົງການນີ້ໃນອາທິດໜ້າ, ອາເມລິກາ ໄດ້ສະແດງຄວາມປາດຖະໜາກ່ຽວກັບມະຕິສະບັບໜຶ່ງທີ່ສະແດງຄວາມວິຕົກກັງວົນທີ່ເລິກເຊິ່ງກວ່າຂອງອົງການ IAEA ກ່ຽວກັບການຮ່ວມມືຂອງ ອີຣານ. ເຖິງຢ່າງໃດກໍຕາມ, ໃນໜັງສືທີ່ໄດ້ສົ່ງໄປຍັງປະເທດອື່ນໆ ເຊິ່ງສໍານັກຂ່າວສານ Reuters ເອົາມາໄດ້ນັ້ນ, ອີຣານ ຖືວ່າ ການກະທຳດັ່ງກ່າວບໍ່ມີລັກສະນະສ້າງສັນ ແລະ ຖືນັ້ນ ແມ່ນການສິ້ນສຸດໃຫ້ແກ່ຂໍ້ຕົກລົງທີ່ ອີຣານ ແລະ ອົງການ IAEA ໄດ້ລົງນາມໃນວັນທີ 21 ກຸມພາ ຜ່ານມາ. ສິ່ງດັ່ງກ່າວ ອາດຈະເຮັດໃຫ້ສະພາບການທີ່ກ່ຽວຂ້ອງເຖິງຂໍ້ຕົກລົງ ນິວເຄຼຍ ອີຣານ JCPOA ສັບສົນຂຶ້ນຕື່ມ.


ຕອບກັບ

ຂ່າວ/ບົດ​ອື່ນ