ອີຣານ ຊຸກຍູ້ກຸ່ມ P5+1 ຮັບຮູ້ກຳມະສິດນິວເຄຼີຍ

ອີຣານ ຊຸກຍູ້ກຸ່ມ P5+1 ຮັບຮູ້ກຳມະສິດນິວເຄຼີຍ - ảnh 1
​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຣານ Ramin Mehmanparast
( ພາບອີນເຕີແນດ )


( vovworld ) -    ວັນ​ທີ 24/7, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຣານ Ramin Mehmanparast ​ໄດ້​ຖະ​ແຫຼ​ງວ່າ ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ແມ່ນ: ​ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ອັງກິດ ​ແລະ ຝຣັ່ງ ພ້ອມ​ກັບ ​ເຢຍລະ​ມັນ) ຕ້ອງ​ຮັບ​ຮູ້​ບັນດາ​ກຳມະສິດ​ເຕັກ​ໂນ​ໂລ​ຊີ​ຂອງ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ອາທິດ, ທ່ານ Mehmanparast ​ໄດ້​ເນັ້ນ​ໜັກ​ໝາກຜົນ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ບັນດາ​ການ​ເຈລະຈາ​ລະຫວ່າງ​ກຸ່ມ P5+1 ​ແລະ ອີຣານ ​ແມ່ນອະນຸຍາດ​ໃຫ້​ກຸ່ມ​ຜູ້​ໄກ່​ເກ່ຍສາກົນ​ຕິດຕາມ​ກຳມະສິດນິວ​ເຄຼຍ​ປະ​ເທດ​ສາທາອີຣານ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ ​ໄດ້​ຢືນຢັນ​ວ່າ ​ເຕ​ເຣຣານ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ອົງການພະລັງງານ​ປະລະມາ​ນູສາກົນ (IAEA) ​ເພື່ອລົບ​ລ້າງບັນດາ​ຄວາມ​ວິຕົກ​ກັງວົນ​ຂອງ​ກຸ່ມ P5+1. ​ແລະ​ກໍ​​ໃນ​ວັນ​ດຽວ​ກັນ, ກຸ່ມ​ບັນດາ​ເຈົ້າ​ໜ້າ​ທ່ີຮັບຜິດຊອບບັນດາ​ບັນຫາ​ພົວພັນ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ (EU) ທ່ານ​ນາງ Helga Schmid ​ແລະ ຜູ້​ຕາງ​ໜ້ານະ​ເຈລະຈາ​ຂອງ​ອີຣານ Ali Bagheri ​ໄດ້​ມີ​ການ​ພົບ​ປະ​ຢູ່​ນະຄອນ​ອິດ​ຕາ​ບູນ ຂອງ​ຕວກກີ ພິຈາລະນາ​ບັນດາ​ຂັ້ນ​ຕອນ​ກະ​ກຽມ​ໃຫ້​​ແກ່ຮອບ​ເຈລະຈາ​ສາກົນ​ຂັ້ນ​ສູງ​ຕາມ​​ໂຄງການ​ນິວ​ເຄຼຍທີ່​ກໍ​ການ​ໂຕ້​ຖຽງ​ກັນ​ຂອງ​ອີຣານ.

ຂ່າວ/ບົດ​ອື່ນ