ອີ​ຣານ ຕຳ​ໜິ​ຕິ​ຕຽນ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຂອງ ອາ​ເມ​ລິ​ກາ

(VOVWORLD) -       “ຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ ທີ່ເລັ່ງໃສ່ທະນາຄານແຫ່ງຕ່າງໆຂອງ ອີຣານ ແມ່ນເພື່ອສ້າງຮົ້ວກີດຂວາງໃຫຍ່ຕໍ່ການທຳທຸລະກຳໂອນເງິນ ເພື່ອໄດ້ສະໜອງສະບຽງອາຫານ ແລະ ຢຸກຢາ ແລະນີ້ແມ່ນໂທດກຳໜຶ່ງ ແລະ ໄຮ້ມະນຸດສະທຳ”. 
ອີ​ຣານ ຕຳ​ໜິ​ຕິ​ຕຽນ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຂອງ ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ ອີຣານ Hassan Rouhani  (ພາບ: TTXVN)

“ຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ ທີ່ເລັ່ງໃສ່ທະນາຄານແຫ່ງຕ່າງໆຂອງ ອີຣານ ແມ່ນເພື່ອສ້າງຮົ້ວກີດຂວາງໃຫຍ່ຕໍ່ການທຳທຸລະກຳໂອນເງິນ ເພື່ອໄດ້ສະໜອງສະບຽງອາຫານ ແລະ ຢຸກຢາ ແລະນີ້ແມ່ນໂທດກຳໜຶ່ງ ແລະ ໄຮ້ມະນຸດສະທຳ”.  ນັ້ນແມ່ນຄຳຖະແຫຼງຂອງທ່ານປະທານາທິບໍດີ ອີຣານ Hassan Rouhani ທີ່ໄດ້ຍົກອອກມາໃນວັນທີ 9 ຕຸລາ ເມື່ອຕີລາຄາກ່ຽວກັບບັນດາມາດຕະການຮັດກຸມການລົງໂທດຂອງ ວໍຊີງຕັນ.

        ການນຳ ອີຣານ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ພາຍຫຼັງໜຶ່ງວັນ ທີ່ກະຊວງການເງິນ ອາເມລິກາ ປະກາດຈັດວາງຄຳສັ່ງລົງໂທດໃໝ່ ເລັ່ງໃສ່ທະນາຄານ 18 ແຫ່ງຂອງ ອີຣານ, ເພື່ອແນໃສ່ ສະກັດກັ້ນ ອີຣານ ໃຫ້ສຳຜັດກັບລະບົບທະນາຄານທົ່ວໂລກ. ເຖິງຢ່າງໃດກໍຕາມ, ກະຊວງການເງິນ ອາເມລິກາ ກໍໃຫ້ຮູ້ວ່າ ບັນດາຄຳສັ່ງຫ້າມນີ້ ບໍ່ໄດ້ຈັດວາງສຳລັບບັນດາການແລກປ່ຽນສະໜອງສິນຄ້າກະສິກຳ, ສະບຽງອາຫານ, ຢຸກຢາ ແລະ ບັນດາອຸປະກອນການແພດ ໃຫ້ແກ່ ອີຣານ.


ຕອບກັບ

ຂ່າວ/ບົດ​ອື່ນ