(vovworld) - ວັນທີ 20/11, ຜູ້ນຳດ້ານຈິດໃຈໃຈອີຣານ Ayatollah Ali Khamenei ຖະແຫຼງວ່າ ອີຣານ ຈະບໍ່ປະນິປະນອມໃນການປົກປັກຮັກສາສິດຜົນປະໂຫຍດຂອງປະເທດຊາດ, ພິເສດແມ່ນບັນຫາພັດທະນານິວເຄຼຍ. ຄຳຖະແຫຼງດັ່ງກ່າວໄດ້ຍົກອອກມາກ່ອນການເຈລະຈາຄັ້ງໃໝ່ລະຫວ່າງອີຣານ ແລະ ກຸມ P5+1 (ເຊິ່ງລວມມີອາເມລິກາ, ລັດເຊຍ, ອັງກິດ, ຝລັ່ງ, ຈິນ ແລະ ເຢຍລະມັນ) ຢູ່ເຊີແນວ, ປະເທດສະວິດ ທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍທີ່ກໍ່ຄວາມໂຕ້ຖຽງກັນຂອງປະເທດສ.ອິດສລາມນີ້. ໃນບົດກາວປາໄສເຊິ່ງໄດ້ຮັບການຖ່າຍທອດສົດທາງໂທລະພາບແຫ່ງຊາດ. ຜູ້ນຳສູງສຸດອີຣານ Khamenei ໃຫ້ຮູ້ວ່າ, ເຖິງວ່າບໍ່ແຊກແຊງໂດຍກົງເຂົ້າການເຈລະຈາຢູ່ຊີແນວ, ແຕ່ທ່ານໄດ້ວາງອອກ “ຂໍ້ກຳນົດແດງ” ໃຫ້ແກ່ບັນດານັກເຈລະຈາອີຣານ. ແຕ່ໃນບົດກ່າວປາໄສນີ້, ຜູ້ນຳສູງສຸດອີຣານ Khamenei ໄດ້ຖະແຫຼງວ່າ ເຕເຣຣານ ຢາກສ້າງການພົວພັນສະໜິດສະໜົມກັບທຸກໆປະເທດ.