ອີຣານ ບໍ່ຍອມຈຳນົນຕໍ່ກຳລັງດັນຂອງຝ່າຍຕາເວັນຕົກ
ທ່ານປະທານນາທິບໍດີ ອີຣານ Mahmoud Ahmadinejad
( vovworld ) - ທ່ານປະທານນາທິບໍດີ ອີຣານ Mahmoud Ahmadinejad ໄດ້ຖະແຫຼງວ່າ ຈະບໍ່ຍອມຈຳນົນຕໍ່ກຳລັງດັນຂອງຝ່າຍຕາເວັນຕົກໃນສະພາບການທີ່ປະເທດອິດສະລາມນີ້ພວມປະເຊີນໜ້າກັບຄວາມເຄັ່ງຕຶງທີ່ພວມເພີ່ມຂື້ນ, ເຊິ່ງກ່ຽວຂອງເຖິງບັນຫານິວເຄຼີຍຂອງຕົນ. ຄຳຖະແຫຼງດັ່ງກ່າວໂດຍທ່ານ Ahmadinejad ຍົກອອກໃນວັນທີ 11 ກຸມພາ ໃນງານໂຮມຊຸນຸມຂະໜາດໃຫຍ່ ເຊິ່ງຖືກຈັດຂື້ນຢູ່ນະຄອນຫຼວງ ເຕເຣຣານ ( ປະເທດ ອີຣານ ) ເພື່ອສະເຫຼີມສະຫຼອງ 33 ປີແຫ່ງປີທີ່ການປະຕິວັດອິດສະລາມໂຄ່ນລົ້ມລະບອບລາຊະທິປະໄຕນິຍົມ ອາເມລິກາ. ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ອີຣານ ກໍໃຫ້ຮູວ່າ, ໃນ 2 - 3 ວັນທີ່ຈະມາເຖິງ, ໂລກຈະເປັນສັກຂີພິຍາມເລື່ອງ ອີຣານ ປະກາດບັນດາໝາກຜົນທີ່ສຳຄັນດ້ານນິວເຄຼີຍ.