(VOVWORLD) - ວັນທີ 22 ກັນຍາ, ສື່ມວນຊົນ ອີຣານ ໄດ້ໃຫ້ຂ່າວວ່າ ປະເທດນີ້ໄດ້ປ່ອຍກ່ຳປັ່ນຂົນສົ່ງນ້ຳມັນທີ່ປັກທຸງ ອັງກິດ Stena Impero ເຊິ່ງຖືກກັກໄວ້ເມື່ອເດືອນ ກໍລະກົດ ຜ່ານມາຢູ່ຊ່ອງແຄບທະເລ Hormuz ຍ້ອນ “ລະເມີດບັນດາຂໍ້ກຳນົດໃນການເດີນເຮືອ”.
(ພາບ: THX/TTXVN) |
ທ່ານ Allahmorad Afifipour ຫົວໜ້າຄຸ້ມຄອງອົງການທ່າກ່ຳປັ່ນ ແລະ ທະເລ Hormozgan ຂອງ ອີຣານ ໄດ້ຢັ້ງຢືນວ່າ ເລື່ອງປ່ອຍກ່ຳປັ່ນ Stena Impero ແລະ ຢືນຢັນວ່າ ກ່ຳປັ່ນຈະເລີ່ມເດີນທາງຈາກທ່າກ່ຳປັ່ນ Bandar Abbas ຂອງ ອີຣານ ອອກສູ່ທະເລສາກົນໂດຍໄວ.