ອີຣານ ປະຕິເສດການນາບຂູ່ສົງຄາມຈາກອິດສະຣາແອນ

ອີຣານ ປະຕິເສດການນາບຂູ່ສົງຄາມຈາກອິດສະຣາແອນ - ảnh 1
( ພາບປະກອບ )

(vovworld) -     ວັນ​ທີ 20/8, ທ່ານ​ລັດຖະມົນຕີ​ປ້ອງ​ກັນປະ​ເທດອີຣານ Amat Vahidi ​ໄດ້​ຖະ​ແຫຼ​ງປະຕິ​ເສດ​ບັນດາການ​ນາບ​ຂູ່ຂອງ ອິດສະຣາ​ແອນ ກ່ຽວ​ກັບ​ສົງຄາມ​ຕ້ານ​ປະ​ເທດ ສ.ມຸດ​ສະ​ລິ​ມ ພ້ອມ​ກັນ​ນັ້ນ​ກໍ​ໄດ້​ຖື​ວ່າ ບັນດາ​ການ​ນາບ​ຂູ່​ແມ່ນ​ບໍ່​ມີ​ຄຸນ​ຄ່າ. ທ່ານ Amat Vahidi ​ໃຫ້​ຮູ້​ວ່າ, ພາຍ​ໃນ​ອຳ​ນາດ​ການ​ປົກ​ຄອງ​ຂອງ ອິດສະຣາ​ແອນ ພວມ​ເກີດ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ານ​ການ​ເມືອງ​ຢ່າງ​ຮ້າຍ​ແຮງ ​ແລະ ບັນດາ​ຄຳ​ຖະ​ແຫຼ​ງກະຫາຍ​ສົງຄາມ​ໄດ້​ຍົກ​ອອກ​ມາ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ແມ່ນ​ສົງຄາມຈິດຕະສາດທີ່​ມີ​ຕໍ່​ອີຣານ. ​ແຕ່​ທ່ານ Amat Vahidi ກໍ​ຢືນຢັນ​ວ່າ ປະ​ເທດສ.ມຸດ​ສະ​ລິ​ມ ພວມ​ກະກຽມ​ການ​ປ້ອງ​ກັນ​ຕົວຢູ່​ລະດັບ​ສູງ​ສຸດ ​ແລະ ຈະ​ໂຕ້​ຕອບ​ທຸກໆ​ປະ​ເທດ​ທີ່​ຈະ​ບຸກ​​ໂຈມ​ຕີ​ປະ​ເທດ​ນີ້.

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອິດສະຣາ​ແອນ ​​​ແມ່ນປະ​ເທດດຽວ​ທີ່​ມີ​ອາວຸດ​ນິວ​ເຄຼຍຢູ່ຕາ​ເວັນ​ອອກ​ກາງ ​ແລະ ອີຣານ ​ເຊິ່ງ​ແມ່ນປະ​ເທດ​ທີ່​ພວມ​ຖືກບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ລະ​ແວງ​ສົງ​ໄສວ່າ​ພວມ​ຜະລິດ​ອາ​ວຸດ​ນິວ​ເຄຼຍ, ​ໄດ້​ປິນຂັ້ນ​ໄດ​ນັບ​ແຕ່ຫຼາຍ​ເດືອນ​ກ່ອນ. ​ແຕ່​ໃນ​ໄລຍະ​ຜ່ານ​ມາ, ທາງ​ສື່​ມວນ​ຊົນ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ອິດສະຣາ​ແອນ ​ໄດ້​​ເຮັດ​ໃຫ້​ລະດັບ​ຄວາມ​ເຄັ່ງ​ຕຶງ​ດັ່ງກ່າວ​ຂຶ້ນ​ລະ​ດັບ​ສູງ​ສຸດ ​ເມື່ອ​ໄດ້​​ເຕື້ອງ​ເຖິງການ​ບຸກ​ໂຈມ​ຕີ​ເຂົ້າ​ໃນ​ບັນດາ​ຮາກ​ຖານ​ນິວ​ເຄຼຍຂອງ​ອີຣານ ​ເຊິ່ງອາດ​ຈະ​ດຳ​ເນີນ​ກ່ອນ​ວັນ​ເລືອກ​ຕັ້ງ​ປະທານາທິບໍດີ​ອາ​ເມ​ລິ​ກາ (6/11).

ຂ່າວ/ບົດ​ອື່ນ