ອີຣານ ພ້ອມແລ້ວທີ່ຈະ ແກ້ໄຂຄວາມບໍ່ລົງລອຍ ກັນກ່ຽວກັບໂຄງການ ນິວເຄຼຍ

ອີຣານ ພ້ອມແລ້ວທີ່ຈະ ແກ້ໄຂຄວາມບໍ່ລົງລອຍ ກັນກ່ຽວກັບໂຄງການ ນິວເຄຼຍ - ảnh 1
(ພາບປະກອບ)

(vovworld) - ອີຣານ ພ້ອມ​ແລ້ວ​ທີ່​ຈະ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ. ນີ້​ແມ່ນ​ຄຳຖະ​ແຫຼ​ງຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif ​ໃນ​ວັນ​ທີ 02/02 ທີ່​ກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ສະຫງົບ ມູນິກ ຄັ້ງ​ທີ 50 ຊຶ່ງພວມ​ດຳ​ເນີນ​​ຢູ່ນະຄອນ​ ມູນິກ ປະ​ເທດ​ເຢຍລະ​ມັນ.

        ທ່ານ Zarif ​ໃຫ້​ຮູ້​ວ່າ, ຢູ່​ນອກ​ກອງ​ປະຊຸມ​ທ່ານ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ ກໍ່​ຄື​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (EU) ທ່ານ​ນາງ Catherine Ashton ​ແລະ ຢືນຢັນ​ຈະ​ເຂົ້າ​ຮ່ວມ​ຮອບ​ເຈລະຈາ​ທີ່​ຈະ​ມາ​ເຖິງ​ກັບ​ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສະຫະປະຊາຊາດພ້ອມກັບ ເຢຍລະມັນ) ດ້ວຍ​ຄວາມ​ຫວັງ​ບັນລຸ​ໄດ້​ບັນດາ​ຂໍ້​ຕົກລົງກັນ. ທ່ານ Zarif ກໍ່​ເນັ້ນ​ໜັກ​ວ່າ ອີຣານ ​ໄດ້​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 ​ໃນ​ວັນ​ທີ 24/11/2013 ຢູ່ ​ເຊີ​ແນວ, ປະຈຸ​ບັນ ອາ​ເມ​ລິ​ກາ ຕ້ອງ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ