ອີຣານ ຮ້ອງຟ້ອງ ອາເມລິກາ ຍ້ອນບັນດາເຫດບຸກໂຈມຕີທາງອິນເຕີແນັດ

(VOVWORLD) - ທ່ານ Reza Jalali, ຫົວໜ້າອົງການປ້ອງກັນພົນລະເຮືອນ ອີຣານ ໃຫ້ຮູ້ວ່າ: ເຕເຮຣານ ພວມຜັນຂະຫຍາຍບັນດາການກະທຳນິຕິກຳຕ້ານຄືນ ວໍຊິງຕັນ ຍ້ອນບັນດາເຫດບຸກໂຈມຕີ ແລະ ບັນດາໄພນາບຂູ່ທາງອິນເຕີແນັດ ເຊິ່ງ ອາເມລິກາ ເລັ່ງໃສ່ ອີຣານ.

        ວັນທີ 06 ຕຸລາ, ກ່າວຄຳເຫັນຕໍ່ສຳນັກຂ່າວສານ Tasnim, ທ່ານ Reza Jalali ໃຫ້ຮູ້ວ່າ: ວໍຊິງຕັນ ພວມກໍ່ໃຫ້ເກີດບັນດາໄພນາບຂູ່ທາງອິນເຕີແນັດ ແລະ ຜັນຂະຫຍາຍບັນດາການບຸກໂຈມຕີທາງອິນເຕີແນັດແນໃສ່ ເຕເຮຣານ 2 – 3 ຄັ້ງແລ້ວ, ແຕ່ບໍ່ເຜີຍຂໍ້ມູນລະອຽດ. ທ່ານ Reza Jalali ເນັ້ນໜັກວ່າ ອາເມລິກາ ຕ້ອງຮັບຜິດຊອບກ່ຽວກັບດ້ານນິຕິກຳ ສຳລັບບັນດາການກະທຳຕ້ານ ອີຣານ ນີ້.

        ໃນ 6 ເດືອນຜ່ານມາ, ອີຣານ ໄດ້ດຳເນີນການຝຶກຊ້ອມກ່ວາ 120 ຄັ້ງ, ໃນນັ້ນ 70% ສຸມໃສ່ບັນດາຍຸດທະວິທີຕ້ານຄືນບັນດາການບຸກໂຈມຕີທາງອິນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ