ອີຣານ; ຮອບເຈລະຈານິວເຄຼີຍຄັ້ງຕໍ່ໄປຈະຈັດຂື້ນຢູ່ ອິດສຕານບຸນ

ອີຣານ; ຮອບເຈລະຈານິວເຄຼີຍຄັ້ງຕໍ່ໄປຈະຈັດຂື້ນຢູ່ ອິດສຕານບຸນ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 19/2, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດອີຣານ Ali Akbar Salehi ​ໃຫ້​ຮູ້​ວ່າ, ຮອບ​ເຈລະຈາ​ຄັ້ງ​ຕໍ່​ໄປ​ລະຫວ່າງອີຣານ ກັບ 5 ປະ​ເທດ​ສະມາຊິກປະຈຳສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ ​ເຢຍລະ​ມັນ ຈະ​ຈັດ​ຂື້ນຢູ່ອິດສຕານ​ບຸນ, ປະ​ເທດຕວກກີ. ຄຳ​ຖະ​ແຫຼ​ງດັ່ງກ່າວ​​ໂດຍທ່ານ Salehi ຍົກ​ອອກ​ມາ​ທີ່​ການ​ປະຊຸມ​ຂ່າວ​ລວມກັບ​ຜູ້​ຮ່ວມ​ຕຳ​ແໜ່​ງ Nicagaoa ຢູ່​ນະຄອນຫຼວງເຕ​ເຣຣານ ( ອີຣານ ). ທ່ານ Salehi ​ໄດ້​ເນັ້ນ​ໜັກ​ວ່າ, ອີຣານ​ ໄດ້​ກຽມພ້ອມ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ຮ້າຍ​ແຮງ​ທີ່ສຸດ​​ ເມື່ອປະ​ເຊີນ​ໜ້າ​ກັບ​ການ​ນາບ​ຂູ່​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດອີຣານ ກໍ່​ຢືນຢັນ​ວ່າ, ຝ່າຍ​ຕາ​ເວັນ​ຕົກ​ຄວນ​ຊອກ​ຫາ​ມາດ​ຕະການຮ່ວມ​ມື​ກັບອີຣານ ​ແມ່ນດີກ​ວ່າ​ການປະ​ເຊີນ​ໜ້າໃນ​ການແກ້​ໄຂບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼີຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ປະ​ເທດ​ອິດສະ​ລາມນີ້.

        ​ຍັງ​ມີ​​ເຫດການ​ອື່ນ​ອິກ, ​ວັນ​ທີ 19/2, ທ່ານ​ລັ​ດຖະມົ​ມຕີ​ການ​ຕ່າງປະ​ເທດອັງກິດ William Hague ​ໄດ້​ອອກສຽງ​ກ່າວ​ເຕືອນອິດສຣາ​ແອນ​ ວ່າ, ການ​ບຸກ​ໂຈມ​ຕີ​ດ້ານການ​ທະການ​ທີ່​ເລັ່ງໃສ່ອີຣານ ບໍ່​ແມ່ນ​ການ​ກະທຳ​ທີ່​ດີໃນ​ຈຸດ​ເວລາ​ນີ້. ຕອບ​ສຳພາດ​ຕໍ່​ຊ່ອງ​ໂທລະພາບ BBC1 ​ເຊິ່ງ​ໄດ້​ຖ່າ​ຍຖອດທາງ​ໂທລະພາບ​ໃນ​ຕອນ​ເຊົ້າ​ວັນ​ທີ 19/2, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດອັງ​ກິດ ​ຢືນຢັນ​ວ່າ, ບັນດາ​ມາດຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ກໍ່​ຄື​ການ​ເຈລະຈາ​ຕ້ອງ​ມີ​ກາລະ​ໂອກາດ​ຢ່າງ​ແທ້​ຈິງ ​ເພື່ອ​​ເກັ້ຍກ່ອມ​ໃຫ້ອີຣານ ປະລະການ​ຜະລິດນິວ​ເຄຼີຍຂອງ​ຕົນ.
ຂ່າວ/ບົດ​ອື່ນ