ອີີ​ຣານ​ ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ​ ຕ້ອງ​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ ເພື່ອ​ກູ້ເອົາ​ຂໍ້​ຕົກ​ລົງ​ນິວ​ເຄຼຍ

(VOVWORLD) -   ກ່ອນໜ້ານັ້ນ, ໃນວັນທີ 28 ກຸມພາ, ອາເມລິກາ ສະແດງຄວາມຜິດຫວັງ ຍ້ອນວ່າ ອີຣານປະຕິເສດດຳເນີນການເຈລະຈາບໍ່ເປັນທາງການກັບ ອາເມລິກາ ແລະ ສະຫະພາບເອີລົບ
ອີີ​ຣານ​ ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ​ ຕ້ອງ​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ ເພື່ອ​ກູ້ເອົາ​ຂໍ້​ຕົກ​ລົງ​ນິວ​ເຄຼຍ - ảnh 1ທ່ານ Saeed Khatibzadeh ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ: Reuters)

ວັນທີ 1 ມີນາ, ອີຣານ ໄດ້ປະກາດວ່າ ອາເມລິກາ ຕ້ອງ ຍົກເລີກບັນດາຄຳສັ່ງລົງໂທດກ່ອນ ຖ້າຫາກວ່າຢາກດຳເນີນການເຈລະຈາກັບ ເຕເຮຣານ ເພື່ອກູ້ເອົາຂໍ້ຕົກລົງນິວເຄຼຍ ປີ 2015 ເຊິ່ງ ທ່ານອະດີດປະທານາທິບໍດີ Donald Trump ໄດ້ລົບລ້າງ. ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງທ່ານ ປະທານາທິບໍດີ ອາເມລິກາ Joe Biden ເວົ້າວ່າ ວໍໍຊິງຕັນ ພ້ອມແລ້ວທີ່ຈະເຈລະຈາ ກ່ຽວກັບເລື່ອງສອງປະເທດກັບຄືນການປະຕິບັດຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ ແຜນການກະທຳລວມຮອບດ້ານ (JCPOA).

ກ່ອນໜ້ານັ້ນ, ໃນວັນທີ 28 ກຸມພາ, ອາເມລິກາ ສະແດງຄວາມຜິດຫວັງ ຍ້ອນວ່າ ອີຣານປະຕິເສດດຳເນີນການເຈລະຈາບໍ່ເປັນທາງການກັບ ອາເມລິກາ ແລະ ສະຫະພາບເອີລົບ ແຕ່ຢັ້ງຢືນວ່າ ວໍຊິງຕັນ ຍັງພ້ອມທີ່ຈະ ກັບຄືນສູ່ການເຄື່ອນໄຫວທາງການທູດທີ່ມີຄວາມໝາຍນີ້ ແລະ ຈະປຶກສາຫາລືກັບບັນດາປະເທດມະຫາອຳນາດ.

ຕອບກັບ

ຂ່າວ/ບົດ​ອື່ນ