ອີຣານ ເລີ່ມຜະລິດລະບົບລູກສອນໄຟ ປ້ອງກັນອາກາດໃໝ່

ອີຣານ ເລີ່ມຜະລິດລະບົບລູກສອນໄຟ ປ້ອງກັນອາກາດໃໝ່ - ảnh 1
(ພາບປະກອບ)
(vovworld) -  ວັນ​ທີ 20/05, ອີຣານ ​ເລີ່​ມຜະລິດລະບົບ​ລູກ​ສອນ​ໄຟ​ປ້ອງ​ກັນ​ອາກາດ​ໃໝ່ຫຼາຍ​ຊະ​ນິດທີ່​ມີ​ຄວາມ​ສາມາດ​ຍິງເຮືອ​ບິນ​ລະດັບ​ຕໍ່າ. ທ່ານ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອີຣານ Ahmad Vahidi ​ໃຫ້​ຮູ້​ວ່າ ລະບົບລູກ​ສອນ​ໄຟ​ໃໝ່​ນີ້​ມີ​ຊື່ວ່າ “Herz - 9” ຫຼື “Talisman - 9” ຕາມ​ພາສາ​ອີຣານ, ​ເຊິ່ງ​ໄດ້​ປະ​ກອບ​ລົດຂົນ​ສົ່ງ​ລູກ​ສອນ​ໄຟ​ສະ​ເພາະ, ສາມາດ​ເຄື່ອນຍ້າຍໃນ​ຕອນ​ກາງຄືນ. ນີ້​ແມ່ນ​ລະບົບ​ປ້ອງ​ກັນ​ອາກາດ​ເຄື່ອນ​ທີມີ​ຄວາມ​ສາມາດຮັບ​ສັນຍານ​ອັດຕະ​ໂນ​ມັດ ​ແລະ ບຸກ​ໂຈມ​ຕີ​ບັນດາ​​ເຮື​ອບິນ​ລະດັບ​ຕໍ່າ.

        ກ່ອນໜ້າ​ນັ້ນ, ກໍ່​ໃນ​ເດືອນ 5, ອີຣານ ​ໄດ້​​ໂຄສະນາ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ (UAV) ​ໂດຍອີຣານ ຜະລິດ​ເອງທີ່​ມີ​ຊື່ວ່າ “Hamaseh”, ​​ເຮືອບິນ​ດັ່ງກ່າວສາມາດສອດ​ແນມ ​ແລະ ບຸກ​ໂຕມຕີດ້ວຍ​ລູກສອນ​ໄຟ. ນີ້​ກໍ່​ແມ່ນ​​ເຮືອ​ບິນ​ສາມາດ​ບິນ​ໄປ​ໄກ ​ແລະ ບິນສູງ​ກວ່າ​ໝູ່​​ໂດຍ​ປະ​ເທດ​ນີ້​ຜະລິ​ດ​ເອງ.

ຂ່າວ/ບົດ​ອື່ນ