ອີຣານ ເຫັນດີບາງຈຸດກັບ IAEA ກ່ອນທີ່ຈະດຳເນີນການເຈລະຈາ ກ່ຽວກັບນິວເຄຼຍ ກັບ ກຸ່ມ P5+1

ອີຣານ ເຫັນດີບາງຈຸດກັບ IAEA ກ່ອນທີ່ຈະດຳເນີນການເຈລະຈາ ກ່ຽວກັບນິວເຄຼຍ ກັບ ກຸ່ມ P5+1 - ảnh 1
ທ່ານ ຮອງ​ຜູ້ອຳນນວຍ​ການ​ໃຫຍ່ IAEA Herman Nackaerts, ຫົວໜ້າ​ຄະນະ​ຜູ້​ແທນ IAEA
(ພາບ: Reuters)

(vovworld) - ວັນ​ທີ 13/2, ອີຣານ ​ໄດ້​ຖະ​ແລງ​ວ່າ: ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ບາງ​ຈຸດ​ໃນ​ການ​ເຈລະຈາ ຢູ່ ຕາ​ເຮຣານ ກັບ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ນິວ​ເຄຼຍຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ (ຫຼື IAEA), ​ໃນ 2 ອາທິດ​ກ່ອນ​ທີ່​ດຳ​ເນີນ​ການ​ເຈລະຈາ ກັບ​ກຸ່ມ P5+1 ​ແນ​ໃສ່ ຊອກ​ຫາ​ວິທີ​ການ​ແກ້​ໄຂ​ທາງ​ການ​ທູດ ​ເພື່ອ​ຢຸດຕິ​ຄວາມ​ເຄັ່ງ​ຕຶງ ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ນິວ​ເຄຼຍຂອງ ອີຣານ. ທ່ານ​ເອກ​ອັກຄະ​ລັດຖະທູດ ອີຣານປະຈຳ ອົງການ​ພະລັງງານ​ປະລະມານູ​ສາກົນ Ali Asghar Soltanieh ​ໃຫ້​ຮູ້​ວ່າ ບັນດາ​ຂໍ້​ສະ​ເໜີ​ໃໝ່​ໄດ້​ຖືກ​ຍົກ​ອອກ​ມາ​ໃນ​ກອງ​ປະຊຸມ, ​ແຕ່​ພຽງ​ຈະ​ຖືກ​ປຶກສາ​ຫາລື​ໃນ​ການ​ພົບ​ປະ​ຄັ້ງ​ຕໍ່​ໄປ. ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ຢູ່​ ​ເຕ​ເຮຣານ ທ່ານ ຮອງ​ຜູ້ອຳນນວຍ​ການ​ໃຫຍ່ IAEA Herman Nackaerts, ຫົວໜ້າ​ຄະນະ​ຜູ້​ແທນ IAEA ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: IAEA ຈະ​ສ້າງ​ສຳ​ເລັດ ​ເອກະສານ​ສະບັບ​ໜຶ່ງ​ທີ່​ມີ​ລັກສະນະ​ໂຄງ​ສ້າງ, ຕາມ​ນັ້ນ​ແລ້ວ​ຈະ​ດຳ​ເນີນ​ການ​ສືບສວນ​ຄວາມ​ານະພະ​ຍາ​ຍາມ ດ້ານ​ນິວ​ເຄຼຍຂອງ ອີຣານ ກ່ຽວກັບ​ຂອບ​ຂະໜາດ​ການ​ທະຫານ.

ຂ່າວ/ບົດ​ອື່ນ