ອີຣານ ແລະ ກຸ່ມ P5+1 ເລີ່ມດຳເນີນການເຈລະຈາເພື່ອຊອກຫາມາດຕະການແກ້ໄຂແກ່ບັນຫານິວເຄຼຍຢ່າງຮອບດ້ານ
(ພາບປະກອບ)
(vovworld) - ວັນທີ 18/02, ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນ: ອາເມລິກາ, ລັດເຊຍ, ຈີນ, ອັງກິດ, ຝຣັ່ງ ແລະ ເຢຍລະມັນ) ເລີ່ມດຳເນີນຮອບເຈລະຈາຄັ້ງຕໍ່ໄປຢູ່ວຽນ ປະເທດອົດຕາລິດ ເພື່ອແນໃສ່ຊອກຫາຂໍ້ຕົກລົງຍາວນານ ແລະ ຮອບດ້ານໃຫ້ແກ່ໂຄງການນິວເຄຼຍ ທີ່ກໍ່ຄວາມໂຕ້ຖຽງກັນຂອງອີຣານ. ນີ້ແມ່ນຮອບເຈລະຈາຄັ້ງທຳອິດລະຫວ່າງບັນດາຝ່າຍ ນັບແຕ່ເມື່ອບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນເມື່ອເດືອນ 11/2013 ຢູ່ເຊີແນວ, ປະເທດສະວິດ. ຮອບເຈລະຈາເລີ່ມດຳເນີນດ້ວຍກອງປະຊຸມຄົບຄະນະ ແລະ ໄດ້ຮັບການຕີລາຄາວ່າແມ່ນຕັ້ງໜ້າ. ແຕ່ວ່າ, ຕາມທ່ານ Michael Mann, ໂຄສົກຂອງ ເຈົ້າໜ້າທີ່ຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງສະຫະພາບເອີລົບ (ອີຢູ), ທ່ານນາງ Catherine Ashton ໃຫ້ຮູ້ວ່າ, ນີ້ແມ່ນບາດກ້າວທຳອິດເພື່ອມຸ່ງໄປເຖິງຈຸດໝາຍຊອກຫາມາດຕະການໜຶ່ງທີຮອບດ້ານໃຫ້ແກ່ໂຄງການນິວເຄຼຍຂອງອີຣານ. ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດອີຣານ Abbas Araqchi ຢືນຢັນວ່າ ເຕເຣຣານ ພ້ອມແລ້ວທີ່ຈະຮຽບຮຽງສັນຍາໜຶ່ງເພື່ອຍຸບເລີກຄວາມວິຕົກກັງວົນທັງໝົດຂອງປະຊາຄົມໂລກ ກ່ຽວກັບໂຄງການນິວເຄຼຍຂອງຕົນ.