ອີຣານ ແລະ ລັດເຊຍ ເຊື່ອມຕໍ່ການເຈລະຈາຄືນໃໝ່ກ່ຽວກັບແຜນການກໍ່ສ້າງໂຮງງານໄຟຟ້ານິວເຄຼຍໃໝ່

(VOVWORLD) - ວັນທີ 25 ສິງຫາ ສຳນັກຂ່າວສານ Tasnim ຂອງ ອີຣານ ໄດ້ໃຫ້ຂ່າວວ່າ, ທ່ານລັດຖະມົນຕີກະຊວງພະລັງງານ ອີຣານ Reza Ardakanian ໃຫ້ຮູ້ວ່າ:

ປະເທດນີ້ ໄດ້ເຊື່ອມຕໍ່ບັນດາການເຈລະຈາກັບ ລັດເຊຍ ຄືນໃໝ່ ກ່ຽວກັບແຜນການກໍ່ສ້າງໂຮງງານໄຟຟ້ານິວເຄຼຍໃໝ່ ທີ່ມີກຳລັງການຜະລິດຂຶ້ນເຖິງ 3.000 ເມກາວັດ. ຕາມ Tasnim ແລ້ວ, ປະເທດສາທາລະນະລັດ ອິດສະລາມນີ້ ມີຄວາມສາມາດຜະລິດໄຟຟ້ານິວເຄຼຍໄດ້ 1.000 ເມກາວັດ ແລະ ອີຣານ ພວມນຳໃຊ້ເຕົາປະຕິກອນນິວເຄຼຍແຫ່ງໜຶ່ງໂດຍ ລັດເຊຍ ອອກແບບ ແລະ ກໍ່ສ້າງຢູ່ Bushehr ພາກໃຕ້ ອີຣານ.

        ປີ 2014, ມົດສະກູ ແລະ ເຕເຮຣານ ໄດ້ເຊັນຂໍ້ຕົກລົງວ່າ ລັດເຊຍ ຈະກໍ່ສ້າງເຕົາປະຕິກອນນິວເຄຼຍຕື່ມອີກ 8 ແຫ່ງຢູ່ ອີຣານ, ໃນນັ້ນ ມີ 2 ເຕົາປະຕິກອນນິວເຄຼຍຢູ່ Bushehr.

 

 

ຕອບກັບ

ຂ່າວ/ບົດ​ອື່ນ