ອີຣານກ່າວເຕືອນລົບລ້າງຂໍ້ຕົກລົງນິວເຄຼຍ

(VOVWORLD) -ວັນທີ 18 ຕຸລາ, ພະຄາດີນັນອີຣານ Ali Khamenei ຖະແຫຼງວ່າ, ຈະປະຕິບັດຕາມຂໍ້ຕົກລົງນິວເຄຼຍ ເຊິ່ງໄດ້ຮັບການລົງນາມລະຫວ່າງເຕເຮຣານ ກັບບັນດາປະເທດມະຫາອຳນາດ P5+1 ເມື່ອປີ 2015 ທີ່ມີຊື່ວ່າ ແຜນການກະທຳລວມຮອບດ້ານ (JCPOA) ຈົນຮອດເວລາໃດທີ່ຝ່າຍຕ່າງໆຍັງເຄົາລົບຂໍ້ຕົກລົງດັ່ງກ່າວຢູ່.

ອີຣານກ່າວເຕືອນລົບລ້າງຂໍ້ຕົກລົງນິວເຄຼຍ - ảnh 1

ພະຄາດີນັນອີຣານ Ali Khamenei 

(ພາບປະກອບ: EPATTXVN)

ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ກ່າວເຕືອນວ່າ ຈະລົບລ້າງ JCPOA ຖ້າຫາກອາເມລິກາ ຖອນອອກຈາກຂໍ້ຕົກລົງນີ້. ຄຳກ່າວປາໄສດັ່ງກ່າວຖືກຍົກອອກມາ ພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ ບໍ່ຮັບຮອງເລື່ອງອີຣານ ປະຕິບັດຂໍ້ຕົກລົງນິວເຄຼຍປະຫວັດສາດ JCPOA ທີ່ໄດ້ລົງນາມໃນສະໄໝທ່ານອະດີດປະທານາທິບໍດິ Barack Obama ເປັນເວລາ 5 ວັນ. ໃນຮອບເວລາ 60 ວັນຈະມາເຖິງ ສະພາແຫ່ງຊາດອາເມລິກາ ຈະຕົກລົງຈັດວາງບັນດາມາດຕະການຂວ້ຳບາດ ເຊິ່ງເຄີຍຖືກຍົກເລີກເພື່ອແລກເອົາເລື່ອງອີຣານ ຈຳກັດການເຄື່ອນໄຫວເສີມທາດ ນິວເຄຼຍ ຫຼື ບໍ່. ການນຳອາເມລິກາ ກໍໃຫ້ຮູ້ວ່າ, ລັດຖະບານຈະເຮັດວຽກກັບສະພາແຫ່ງຊາດ ແລະ ບັນດາປະເທດພັນທະມິດເພື່ອແກ້ໄຂ “ຄວາມຜິດຜາດທີ່ຮ້າຍແຮງຂອງຂໍ້ຕົກລົງ” ແລະ ໃນກໍລະນີບັນດາຄວາມມານະພະຍາຍາມຖືກປະລາໄຊ, ອາເມລິກາ ອາດຈະຖອນອອກຈາກເລື່ອງເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ