(VOVWORLD) - ຕາມສຳນັກຂ່າວສານ Fars ຂອງ ອີຣານ ແລ້ວ, ທ່ານ Mojtaba Zolnour ໄດ້ຊີ້ແຈ້ງວ່າ: “ໃນກໍລະນີ EU ບໍ່ປະຕິບັດບັນດາຄຳໝັ້ນສັນຍາຂອງເຂົາເຈົ້າໃນເວລາກຳນົດ 60 ວັນນັ້ນ, ອີຣານ ຈະປະຕິບັດບາດກ້າວທີ 3 ຢ່າງແຮງ”.
ຮາກຖານນິວເຄຼຍ Nantanz ຂອງ ອີຣານ (ພາບ: AFP/TTXVN) |
ວັນທີ 11 ກໍລະກົດ, ທ່ານ Mojtaba Zolnour ປະທານຄະນະກຳມະການຄວາມໝັ້ນຄົງແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດຂຶ້ນກັບສະພາແຫ່ງຊາດ ອີຣານ ໄດ້ກ່າວເຕືອນວ່າ ຖ້າບັນດາປະເທດສະຫະພາບ ເອີລົບ (Eu) ບໍ່ປະຕິບັດບັນດາຄຳໝັ້ນສັນຍາຂອງເຂົາເຈົ້າຕາມຂໍ້ຕົກລົງນິວເຄຼຍແລ້ວ, ເຕເຮຣານ ຈະຍົກອອກບັນດາບາດກ້າວຢ່າງແຮງກ່ວາອີກເພື່ອຫຼຸດຜ່ອນບັນດາພັນທະຂອງປະເທດນີ້.
ຕາມສຳນັກຂ່າວສານ Fars ຂອງ ອີຣານ ແລ້ວ, ທ່ານ Mojtaba Zolnour ໄດ້ຊີ້ແຈ້ງວ່າ: “ໃນກໍລະນີ EU ບໍ່ປະຕິບັດບັນດາຄຳໝັ້ນສັນຍາຂອງເຂົາເຈົ້າໃນເວລາກຳນົດ 60 ວັນນັ້ນ, ອີຣານ ຈະປະຕິບັດບາດກ້າວທີ 3 ຢ່າງແຮງ”.
ແລະກໍ່ໃນວັນດຽວກັນ, ທ່ານ Mohammad Javad Zarif ລັດຖະມົນການຕ່າງປະເທດ ອີຣານ ໄດ້ຢັ້ງຢືນວ່າ ຈະບໍ່ມີການເຈລະຈາໃດກັບ ອາເມລິກາ ຖ້າບັນດາຄຳສັ່ງລົງໂທດຍັງບໍ່ທັນຖືກຍົກເລີກ.