ອີຣານປະກາດຍິງຜິດເຮືອບິນຂອງ ຢູແກຼນ
(VOVWORLD) -ໃນວັນທີ 8 ມັງກອນ, ມີເຮືອບິນ ທີ່ມີໝາຍເລກ PS752 ຂອງບໍລິສັດການບິນຢູແກຼນ ຕົກເມືອຫາກໍ່ບິນຂຶ້ນ ຈາກນະຄອນຫຼວງ ເຕເຮຣານ ຂອງ ອີຣານ, ໃນສະພາບການ ທີ່ອີຣານຫາກໍ່ຍິງລູກສອນໄຟຫຼາຍລູກໃສ່ກຳລັງທະຫານອາເມລິກາຢູ່ອີຣັກເພື່ອໂຕ້ຕອບເຫດ ອາເມລິກາ ບຸກໂຈມຕີທາງອາກາດ ໃສ່ສະໜາມບິນ Baghdad ເຮັດໃຫ້ ນາຍພົນທ່ານໜຶ່ງຂອງ ອີຣານເສຍຊີວິດ.
ສະຖານທີ່ເກີດເຫດ (ພາບ: TTXVN) |
ວັນທີ 11 ມັງກອນ, ຕາມສຳນັກຂ່າວສານ AP, ໂທລະພາບແຫ່ງລັດ ອີຣານ ໄດ້ຄັດສະເໜີຖະແຫຼງການຂອງ ກອງທັບປະເທດນີ້ໂດຍໃຫ້ຮູ້ວ່າ ລະບົບປ້ອງກັນທາງອາກາດຂອງ ປະເທດນີ້ ບໍ່ໄດ້ຕັ້ງໃຈຍິງໃສ່ເຮືອບິນ ຂອງ ຢູແກຼນ, ເຮັດໃຫ້ເຮືອບິນລຳດັ່ງກ່າວຕົກ ແລະ ຜູ້ໂດຍສານທັງໝົດ 176 ຄົນເສຍຊີວິດ. ຕາມນັ້ນແລ້ວ, ເຮືອບິນດັ່ງກ່າວໄດ້ບິນເຂົ້າມາໃກ້ ຮາກຖານການທະຫານທີ່ມີຄວາມສະດຸ້ງໄວຂອງ ອີຣານ, ເຫດອຸບັດຕິເຫດດັ່ງກ່າວແມ່ນຍ້ອນ ຄົນເປັນຜູ້ກໍ່ຂຶ້ນ.