(ພາບ:vietnamplus.vn)
(vovworld) - ວັນທີ 17/2, ທ່ານ Alaeddin Boroujerdi ປະທານກຳມາທິການນະໂຍບາຍການຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບແຫ່ງຊາດ ສັງກັດສະພາແຫ່ງຊາດອີຣານ ປະກາດວ່າ ຮາກຖານນິວເຄຼຍ Fodow ຈະບໍ່ມີວັນປິດປະຕູ. ຄຳປະກາດດັ່ງກ່າວຂອງລັດຖະບານອີຣານ ໄດ້ຍົກອອກມາໃນສະພາບການທີ່ມີຂ່າວວ່າ: ກຸ່ມ P5+1 ລວມມີ 5 ປະເທດປະຈຳສະພາຄວາມໝັ້ນຄົງ ສປຊ ແລະ ເຢຍລະມັນ ໄດ້ຈັດການປະຊຸມປຶກສາຫາລືກ່ຽວກັບຂໍ້ສະເໜີຜ່ອນຄາຍຄຳສັ່ງຂວ້ຳບາດດ້ານການຄ້າສຳລັບຄຳ ແລະ ໂລຫະມີຄ່າທີ່ມີຕໍ່ອາຣານ ຖ້າຫາກວ່າອີຣານ ຕົກລົງຈະປິດປະຕູຮາກຖານນິວເຄຼຍ Fodow. ຕາມທ່ານ Boroujerdi, ຮາກຖານນິວເຄຼຍ Fodow ໄດ້ຮັບການກໍ່ສ້າງຂຶ້ນເພື່ອປ້ອງກັນປະເທດນີ້ຕໍ່ໜ້າໄພນາບຂູ່ຈາກອີດສະຣາແອນ ແລະ ຂໍ້ສະເໜີດັ່ງກ່າວຂອງກຸ່ມ P5+1 ຈະສ້າງເງື່ອນໄຂໃຫ້ອິດສະຣາແອນ ມີບັນດາການກະທຳນາບຂູ່ໂຄງການນິວເຄຼຍຂອງອີຣານ. ຮາກຖານນິວເຄຼຍ Fodow ຕັ້ງຢູ່ມໍ່ກັບນະຄອນ Qom ແມ່ນຮາກຖານເສີມທາດອູຣານຽມໃນລະດັບ 20%.