ອີຣານປະຕິເສດຄຳກ່າວຫາລະເມີດຂໍ້ຕົກລົງນິວເຄຼຍ

ອີຣານປະຕິເສດຄຳກ່າວຫາລະເມີດຂໍ້ຕົກລົງນິວເຄຼຍ - ảnh 1
ໂຮງ​ງານ ນິວ​ເຄຼຍ Arak
ພາບ:AFP/TTXVN


(vovworld)-​ ວັນ​ທີ 18/11, ອີ​ຣານ ໄດ້​ປະ​ຕິ​ເສດ​ຄຳ​ກ່າວ​ຫາ​ປະ​ເທດນີ້ ລະ​ເມີດ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ຝ່າຍ​ຕາ​ເວັນ​ຕົກ ແລະ ຢືນ​ຢັນ: ເຕ​ເຮ​ຣານ ຍັງ​ຄົງ​ເຄົາ​ລົບ​ຄຳ​ໝັ້ນ​ສັນ​ຍາ​ຄວບ​ຄຸມ​ລະ​ດັບ​ກຳ​ນົດ​​ສະ​ສົມວັດ​ຖຸ​ດິບ. ກ່ອນ​ຫນ້ານັ້ນ, ໃນ​ບົດ​ລາຍ​ງານ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ IAEA ໃຫ້​ຮູ້​ວ່າ: ອີ​ຣານ ໄດ້​ລື່ນ​ກາຍ​ລະ​ດັບ​ກຳ​ນົດ​ສະ​ສົມ​ວັດ​ຖຸ​ດິບ ຊື່ງ​ໄດ້​ຮັບ​ການ​ກຳ​ນົດ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ກັບ​ກຸ​ຸ່ມ P5+1 ຊື່ງ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ເດືອນ 1/2016 ເປັນ​ຕົ້ນ​ໄປ. ແລະ ບັນ​ດາ​ປະ​ເທດ​ໃນ​ກຸ່ມ P5+1 ສະ​ແດງ​ຄວາມ​ເສຍ​ຫວັງ​ກ່ຽວ​ກັບ​ເລື່ອງ ອີ​ຣານ ລະ​ເມີດ​ຄຳ​ໝັ້​ນ​ສັນ​ຍາ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ.


ຕອບກັບ

ຂ່າວ/ບົດ​ອື່ນ