(VOVWORLD) -ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ອີຣານ, ວັນທີ 08 ມິຖຸນາ, ໂຄສົກກະຊວງການຕ່າງປະເທດອີຣານ Bahram Qassemi ຖະແຫຼງວ່າ
ໂຄສົກກະຊວງການຕ່າງປະເທດອີຣານ Bahram Qassemi
(ພາບ: Financial Tribune/TTXVN)
|
ຄວາມສາມາດເຈລະຈາກັບອາເມລິກາ ຍາກທີ່ຈະດຳເນີນບໍ່ວ່າໃນຂົງເຂດໃດ ຖ້າຫາກວໍຊິງຕັນ ຍັງບໍ່ສະແດງໃຫ້ເຫັນຄວາມເຄົາລົບຕໍ່ລັດອີຣານ ກໍ່ຄືຍົກເລີກຄຳນາບຂູ່ ແລະ ການຂວ້ຳບາດ.
ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານາທິບໍດີອີຣານ Massoumeh Ebtekar ໃຫ້ຮູ້ວ່າ, ເຕເຮຣານ ຈະ “ບໍ່ອາດລໍຖ້າໄດ້ດົນ” ກ່ຽວກັບເລື່ອງຢືນຢັນຂໍ້ຕົກລົງນິວເຄຼຍ ພາຍຫຼັງອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ.