ອີຣານຢັ້ງຢືນຄືນກ່ຽວກັບຫຼັກໝັ້ນການເຈລະຈານິວເຄຼຍ.
(VOVWORLD) -ສື່ມວນຊົນຂອງອີຣານເມື່ອວັນທີ 10 ເມສາໄດ້ຄັດຄຳເວົ້າຂອງໂຄສົກກະຊວງການຕ່າງປະເທດຂອງອີຣານ ທ່ານ ຄາຕິບຊາແດັດ ໂດຍຢືນຢັນວ່າ ປະເທດນີ້ ບໍ່ນັບເຖິງກໍລະນີເຂົ້າຮ່ວມການເຈລະຈາໂດຍກົງຫຼືໂດຍທາງອ້ອມທຸກໆຄັ້ງກັບ ອາເມລິກາ ຖ້າຫາກວໍຊິງຕັນ ປະຕິເສດຍົກເລີກບັນດາມາດຕະການລົງໂທດຕ້ານເຕເຮຣານ
ທ່ານ ຄາຕິບຊາແດັດ ໂຄສົກກະຊວງການຕ່າງປະເທດຂອງອີຣານ |
ຕາມໂຄສົກທ່ານນີ້ແລ້ວ, ເລື່ອງອີຣານແລະອາເມລິກາ ອາດຈະກັບຄືນສູ່ການເຈລະຈາ ແມ່ນຂຶ້ນກັບເລື່ອງວໍຊິງຕັນອາດຈະກັບຄືນສູ່ຂໍ້ຕົກລົງນິວເຄຼຍປີ 2015 ຫຼືບໍ່.
ນອກຈາກອີຣານແລະກຸ່ມ P4+1 ລວມມີ ອັງກິດ ຝລັ່ງ ລັດເຊຍ ຈີນ ແລະ ເຢຍລະມັນ ກໍ່ຄືສະຫະພາບເອີລົບ ພວມສົມທົບກັນກຳນົດບັນຊີລາຍຊືີ່ຄົບຖ້ວນ ກ່ຽວກັບັນດາມາດຕະການລົງໂທດ ເຊິ່ງອາເມລິກາຄວນຍົກເລີກຢ່າງແທ້ຈິງ.