ອີຣານຢັ້ງຢືນເນື້ອໃນເຈ ລະຈານິວເຄຼຍ ກັບ P5+1

ອີຣານຢັ້ງຢືນເນື້ອໃນເຈ ລະຈານິວເຄຼຍ ກັບ P5+1 - ảnh 1
ນັກ​ເຈລະຈາບັນຫານິວ​ເຄຼຍ ຊັ້ນ​ນຳ​ຂອງ​ອີຣານ ທ່ານ Saeed Jalii
ພາບ:AP



(vovworld) - ນັກ​ເຈລະຈາບັນຫານິວ​ເຄຼຍ ຊັ້ນ​ນຳ​ຂອງ​ອີຣານ ທ່ານ Saeed Jalii ​ຢັ້ງຢືນ​ວ່າ: ​​ທ່ີ​ການ​​ໂອ້​ລົມ​ທາງ​​ໂທລະສັບ​ໃນ​ວັນ​ທີ 11/6,​ ທ່ານໄດ້​ເຫັນ​ດີ​ກັບ​ທ່ານນາງ Catherine Ashton ຜູ້​ຮັບຜິດຊອບ​ນະ​ໂຍບາຍ​ການ​ທູດ​ຂອງ​ສະຫະພາບ​ເອີ​ລົບ  ກ່ຽວ​ກັບ​ບາງ​ຂໍ້​ມາດຕາ​ຂອງ​ເນື້ອ​ໃນການເຈລະຈາ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1. ຕາມ​​ແຈ້ງ​ການ​ຂອງ​ຫ້ອງ​ວ່າການ​ຂອງທ່ານ Jalili ​ແລ້ວ,​ບັນດາ​ການ​ເຈລະຈາ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 ຢູ່ ລັດ​ເຊຍ ​ ​ໃນ​ວັນ​ທີ 18 ​ແລະ 19/6 ຈະ​ສຸມ​ໃສ່​​ບາງ​ບັນຫາ​ຊຶ່ງ​ທັງ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ໃນ​ຮອບ​ເຈລະຈາຢູ່​ ອີຣັກ​ ໃນ​ທ້າຍ​ເດືອນ 5 ຜ່ານ​ມາ. ທີ່​ການ​ໂອ້​ລົ​ມ​ທາງ​ໂທລະສັບ, ທ່ານ Jalili ກໍ​ເນັ້ນ​ຫນັກ​ວ່າ: ທ່ານ​ເອງ​ຈະ​ແຈ້ງ​ກ່ຽວ​ກັບ​ຂໍ້​ສະ​ເຫ​ນີຂອງ ອີຣານ ຊຶ່ງ​ລວມມີ 5 ຂໍ້​ ​ໃນ​ການ​ເຈະລຈາ​ຢູ່ ລັດ​ເຊຍ ​ແລະ ​ເນັ້ນ​ຫນັກ​ວ່າ: ​ເລື່ອງ​ກຸ່ມ P5+1 ມີ​ປະຕິ​ກິລິຍາ​ເໝາະ​ສົມ​ກັບ​ຂໍ້​ສະ​ເຫ​ນີຂອງ ອີຣານ ຈະ​ປະກອບສ່ວນ​ຊຸກ​ຍູ້​ບັນດາ​ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ. ສ່ວນ​ທ່ານ​ນາງ Catherine ກໍ​ເນັ້ນ​ຫນັກ​ວ່າ: ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ເລື່ອງ ອີຣານຄວນ​ເຄົາລົບ​ບັນດາ​ຂໍ້​ສະ​ເຫ​ນີຂອງ​ກຸ່ມ P5+1 ຜ່ານ​ນັ້ນ ​ແກ້​ໄຂ​ຄວາມ​ວິຕົກ​ກັງວົນ​ຂອງ​ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ທາດ​ແທ້​ສັນຕິພາບໄຂ​ໂຄງການ​ນິວ​ເຄຼຽຂອງ ອີຣານ.

ຂ່າວ/ບົດ​ອື່ນ