ອີຣານຢືນຢັນ ບໍ່ປະລະໂຄງການ ພັດທະນານິວເຄຼຍ ຢ່າງເດັດຂາດ

ອີຣານຢືນຢັນ ບໍ່ປະລະໂຄງການ ພັດທະນານິວເຄຼຍ ຢ່າງເດັດຂາດ - ảnh 1
ປະທານາທິບໍດີ ອີຣານ Mahmoud Ahmadinejad ​​(ພາບ: internet)


Vovworld- ອີຣານຈະ​ບໍ່​ຖອຍຫຼັງ​ໃນ​ໂຄງການ​ພັດທະນາ​ນິວ​ເຄຼຍ. ນີ້​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ປະທານາທິບໍດີ ອີຣານ Mahmoud Ahmadinejad ​​ເມື່ອ​ໃຫ້​ສຳພາດ​ຕໍ່​ວົງ​ການນັກ​ຂ່າວ​ເມື່ອ​ວັນ​ທີ 2/10 ຢູ່​ເຕ​ເຮຣານ. ປະທານາທິບໍດີ ອີຣານ Mahmoud Ahmadinejad ຢືນຢັນ​ວ່າ ບໍ​່ມີ​ຊາວ​ອີຣານຄົນ​ໃດຢາກ​ປະລະ​ສິດ ພັດທະນາ​ນິວ​ເຄຼຍຂອງ​ປະ​ເທດ​ຕົ​ົນ ​ແລະ ອີຣານຈະ​ບໍ່​ມີ​ວັນ​ທີ່​ຈະ​ຍອມ​ຈຳນົນ​ຕໍ່​ກຳລັງ​ດັນ​ຈາກ​ຝ່າຍ​ນອກ. ປະທານາທິບໍດີ ອີຣານ Mahmoud Ahmadinejad ຍັງ​ກ່າວ​ຫາ​ຝ່າຍ​ຕາ​ເວັນ​ຕົກວ່າ​ໄດ້​ດຳ​ເນີນ​ການ​ສູ້​ຮົບ​ດ້ານ​ເສດຖະກິດ​ຕ້ານ​ປະ​ເທດ​ນີ້.

            ​ແລະ ກໍ​ໃນ​ການ​ປະຊຸມ​ຂ່າວ, ປະທານາທິບໍດີອີຣານ Mahmoud Ahmadinejad ຍັງ​ກ່າວ​ຢ້ຳຄືນ​ເຖິງຄຳ​ຖະ​ແຫຼ​ງ​ຂອງ​ຕົນ ຂະນະທີ່​ທາ່ນ​ເຂົ້າ​ຮ່ວມ ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສ.ປ.ຊ ຄັ້ງ​ທີ່ 67 ທີ່​ຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ ວ່າ : ອີຣານອາດ​ຈະ​ພິຈາລະນາ​ການ​ດຳ​ເນີນ​ການ​ສົນທະນາ​ໂດຍ​ກົງ​ກັບ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ​ດ້ວຍ​ບັນດາ​ເງື່ອນ​ໄຂ​ລະອຽດ. ຕາມ ປະທານາທິບໍດີ ອີຣານ Mahmoud Ahmadinejad ​ແລ້ວ, ບັນດາ​ການ​ພົວພັນ​ສາກົນ​ຕ້ອງ​ສ້າງຂຶ້ນ​ດ້ວຍ​ຫຼັກການ​ສົນທະນາ​ໂດຍ​ອີງ​ບົນ​ຄວາມ​ສະ​ເໝີ​ພາບ ​ແລະ ​ເຄົາລົບ​ຊຶ່ງ​ກັນ ​ແລະ ກັນ.

ຂ່າວ/ບົດ​ອື່ນ