ທ່ານປະທານາທິບໍດີ ອີຣານ Hassan Rouhani
(ພາບ: AP)
(vovworld) – ວັນທີ 03/02 ທີ່ການພົບປະກັບທ່ານ Frank – Walter Steinmeier ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ ທີ່ພວມຢູ່ຢ້ຽມຢາມ Tehran, ທ່ານປະທານາທິບໍດີ ອີຣານ Hassan Rouhani ຢືນຢັນວ່າ: ອີຣານ ແລະ ເຢຍລະມັນ ອາດສາມາດໜູນໃຊ້ບັນດາກາລະໂອກາດ ພາຍຫລັງຂໍ້ຕົກລົງນິວເຄຼຍ, ເພື່ອແນໃສ່ຊຸກຍູ້ການພົວພັນ 2 ຝ່າຍໃນຫລາຍຂົງເຂດ. ທ່ານ Rouhani ໃຫ້ຮູ້ວ່າ: ອີຣານ ແລະ ເຢຍລະມັນ ເຄີຍເປັນຄູ່ຮ່ວມມືດ້ານເສດຖະກິດທີ່ເປັນມູນເຊື້ອ, ຄວນຊຸກຍູ້ບັນດາແຜນການຮ່ວມມືອັນຍາວນານ. ຕາມທ່ານປະທານາທິບໍດີ ອີຣານ ແລ້ວ, 2 ປະເທດສາມາດຮ່ວມມືໃນບາງຂົງເຂດຄື: ອຸດສາຫະກຳ, ຂຸດຄົ້ນບໍ່ແຮ່, ພະລັງງານ, ທາງລົດໄຟ ແລະ ການທ່ອງທ່ຽວ.
ສ່ວນທ່ານ Steinmeier ຢືນຢັນວ່າ: Berlin ຕັດສິນໃຈພັດທະນາການພົວພັນກັບ Tehran ໃນທຸກຂົງເຂດ, ພິເສດແມ່ນດ້ານການເມືອງ, ວັດທະນະທຳ ແລະ ການສຶກສາ, ພ້ອມທັງເວົ້າວ່າ: ການຢ້ຽມຢາມຄັ້ງທີ 2 ຂອງທ່ານເຖິງ Tehran ໃນ 3 ເດືອນຜ່ານມາ ສະແດງໃຫ້ເຫັນວ່າ ເຢຍລະມັນ ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນກັບ ອີຣານ.