ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເກາະແຫ່ງຕ່າງໆທີ່ຂຶ້ນກັບທະຫານເຮືອເຂດ 5 ໄດ້ຮັບຂອງຂັວນບຸນເຕັດ
|
(vovworld)- ຕອນເຊົ້າວັນທີ 10/1, ຄະນະປະຕິບັດງານບັນດາແຂວງເຂດຕາເວັນຕົກພາກໃຕ້ໄດ້ເລີ່ມເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ ປີມະເມັຍ 2014 ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເກາະແຫ່ງຕ່າງໆທີ່ຂຶ້ນກັບທະຫານເຮືອເຂດ 5 . ຄະນະຈະໄປຢ້ຽມຢາມ, ອວຍພອນປີໃໝ່ກອງບັນຊາການທະຫານເຮືອເຂດ 5 ແລະ ບັນດາສຳນັກງານ, ກົມກອງທີ່ປະຈຳການໃນເກາະຟູ້ກ໋ວກ. ຫຼັງຈາກນັ້ນ, ຈະເດີນທາງຕໍ່ຢ້ຽມຢາມເກາະ ໂຖຈູ, ນາມຢູ, ຮ່ອນຄວາຍ, ຮ່ອນຈ້ວຍ... ນີ້ແມ່ນການເຄື່ອນໄຫວປະຈຳປີຂອງຄະນະຂະແໜງການຕ່າງໆຢູ່ ບັນດາແຂວງເຂດຕາເວັນຕົກພາກໃຕ້, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງແນວຫຼັງທີ່ມີຕໍ່ ບັນດາພະນັກງານ, ນັກຮົບກອງບັນຊາການທະຫານເຮືອເຂດ 5 . ການເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ຈະສິ້ນສຸດລົງໃນວັນທີ 16/1 ທີ່ຈະມາເຖິງ.