ອອກສະເຫນີຕົວສະມາຄົມຊາວຫນຸ່ມ-ນັກສຶກສາຫວຽດນາມຢູ່ອາເມລິກາ

ອອກສະເຫນີຕົວສະມາຄົມຊາວຫນຸ່ມ-ນັກສຶກສາຫວຽດນາມຢູ່ອາເມລິກາ - ảnh 1
ສະມາຄົມ​ຊາວ​ຫນຸ່ມ-​ນັກ​ສຶກສາ​ຫວຽດນາມ​ຢູ່ ອາ​ເມ​ລິ​ກາ
ພາບ:vov


(vovworld)- ສະມາຄົມ​ຊາວ​ຫນຸ່ມ-​ນັກ​ສຶກສາ​ຫວຽດນາມ​ຢູ່ ອາ​ເມ​ລິ​ກາ ຫາ​ກໍ​ອອກ​ສະ​ເຫ​ນີຕົວ ​​ທີ່​ເຫດການທີ່​ມີ​ຫົວ​ຂໍ້​ວ່າ:“ອ້ອມ​ແຂນ​ປະ​ເທດ​ອາ​ເມ​ລິ​ກາ” ຢູ່ ນະຄອນ Boston ​ໂດ​ຍມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກສາ 500 ຄົນ​ທີ່​ຕາງຫນ້າ​ໃຫ້​ນັກ​ສຶກສາ​ຫວຽດນາມ​ກວ່າ 16.000 ຄົນ​ພວມ​ຮຳ່​ຮຽນ​ຢູ່​ທົ່ວ​ປະ​ເທດ ອາ​ເມ​ລິ​ກາ. ອ້າຍ ຮ່ີງ​ເທ​ຢູ ປະທານ​ສະມາຄົມ​ຊາວ​ຫນຸ່ມ-​ນັກ​ສຶກສາ​ຫວຽດນາມ ຢູ່ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:

        “ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ຫນຸ່ມ​ນັກ​ສຶກສາ​ຫວຽດນາມ ຢູ່ ອາ​ເມ​ລິ​ກາ ຈະ​ມີ​ພະລັງ​ຊີວິດ​ຍາວ​ນານ​ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ຫລາຍ​ຢ່າງ. ​ໃນ​ຕໍ່ຫນ້າ, ພວກ​ຂ້າພະ​ເຈົ້າ​ວາງ​ຈຸດໝາຍ​ແມ່ນ​ເຊື່ອມ​ຕໍ່​ບັນດາ​ຊາວ​ຫນຸ່ມ, ນັກ​ສຶກສາ​ຫວຽດນາມ​ຢູ່ ອາ​ເມ​ລິ​ກາ ​​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ຕົນ.”

        ຕີ​ລາຄາ​ກ່ຽວ​ກັບ​ບົດບາດ​ຂອງ​ສະມາຄົມ, ທ່ານ ​ຫງວຽນ​ກວັກ​ເກື​່ອງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳອາ​ເມ​ລິ​ກາ  ຖື​ວ່າ:

        “​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ພວກ​ເຮົາ​ສ້າງ​ຕັ້ງ​ໄດ້​ສະມາຄົມ​ຊາວ​ຫນຸ່ມ ນັກ​ສຶກສາ​ຫວຽດນາມ ຢູ່​ອາ​ເມ​ລິ​ກາ. ນີ້​ແມ່ນ​ເຫດການ​ສຳຄັນ ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເຕີບ​​ໃຫຍ່​ຂອງ​ບັນດາ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ​ຢູ່​ລັດ​ຕ່າງ​ກັນ​ຂອງ​ອາ​ເມ​ລິ​ກາ. ຜ່ານ​ນີ້ ພວກ​ນ້ອງ​ຈະ
ຂ່າວ/ບົດ​ອື່ນ